ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ບັນດາກຳລັງໜູນໃໝ່ພວມຊຸກຍູ້ຄື: ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ເສດຖະກິດເອກະຊົນ…ທີ່ຫາກໍ່ເລີ່ມຕົ້ນ, ຍັງບໍ່ມີໝາກຜົນແມ່ນຕ້ອງປັບປຸງ, ເພີ່ມທະວີ, ຊຸກຍູ້ກຳລັງໜູນທີ່ມີມາແຕ່ດົນນານ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
ຕອນເຊົ້າວັນທີ 20 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກທົ່ວປະເທດກ່ຽວກັບການຊຸກຍູ້ກຳລັງໜູນການເຕີບໂຕໃນການລົງທຶນພາກລັດ ປີ 2025. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກຢູ່ສຳນັກງານລັດຖະບານ, ນະຄອນຫຼວງຮ່າໂນ້ຍ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນໃນທົ່ວປະເທດ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ບັນດາກຳລັງໜູນໃໝ່ພວມຊຸກຍູ້ຄື: ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ເສດຖະກິດເອກະຊົນ…ທີ່ຫາກໍ່ເລີ່ມຕົ້ນ, ຍັງບໍ່ມີໝາກຜົນແມ່ນຕ້ອງປັບປຸງ, ເພີ່ມທະວີ, ຊຸກຍູ້ກຳລັງໜູນທີ່ມີມາແຕ່ດົນນານ, ໃນນັ້ນມີການຊຸກຍູ້ການລົງທຶນພາກລັດ. ທ່ານນາຍົກລັດຖະມົນຕີ ສະເໜີຍ້ອງຍໍສັນລະເສີນ, ມອບຂອງຂວັນໃຫ້ບັນດາກະຊວງຂະແໜງການ, ທ້ອງຖິ່ນທີ່ມີອັດຕາປ່ອຍເງິນລົງທຶນພາກລັດ ສູງ, ພ້ອມທັງຕຳໜິຕິຕຽນ ສຳລັບບັນດາກະຊວງຂະແໜງການ, ທ້ອງຖິ່ນທີ່ປ່ອຍເງິນລົງທຶນພາກລັດ ຊັກຊ້າ. ຕາມນັ້ນແລ້ວກໍ່ ຖືໝາກຜົນຂອງການປ່ອຍເງິນລົງທຶນແມ່ນ 1ໃນມາດຖານການຕີລາຄາພະນັກງານ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງພິລະຈານາລະບອບລະບຽບການຍັງມີຂໍ້ຕິດຂັດຫຍັງເພື່ອສືບຕໍ່ສະເໜີປັບປຸງ, ພິເສດຕ້ອງຄິດວ່າ ເປັນຫຍັງບັນດາກຸ່ມບໍລິສັດ, ວິສາຫະກິດເອກະຊົນພັດປ່ອຍເງິນລົງທຶນ ແລະ ຜັນຂະຫຍາຍບັນດາໂຄງການຢ່າງວ່ອງໄວ.