ລັດຖະບານ ອິນເດຍ ໄດ້ອະນຸຍາດນຳເຂົ້າໝາກຖົ່ວລຽນສົດຂອງ ຫວຽດນາມ ຢ່າງເປັນທາງການ, ເຊິ່ງໄດ້ເປີດຕະຫຼາດສົ່ງອອກໃໝ່ຕື່ມອີກໃຫ້ແກ່ຂະແໜງໝາກຖົ່ວລຽນ ຫວຽດນາມ ແລະ ປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າຜະລິດຕະພັນກະເສດລະຫວ່າງສອງປະເທດ.
ຕາມນັ້ນແລ້ວ, ໃນຄຳສັ່ງກັກກັນພະຍາດສັດຕູພືດ (ຂໍ້ກຳນົດການນຳເຂົ້າຕະຫຼາດ ອິນເດຍ) ສະບັບປັບປຸງຄັ້ງທີ 5 ປີ 2026, ມີຜົນສັກສິດແຕ່ວັນທີ 13 ກໍລະກົດແລ້ວ, ອິນເດຍ ໃສ່ຊື່ ຫວຽດນາມ ເຂົ້າໃນບັນຊີລາຍຊື່ບັນດາປະເທດທີ່ໄດ້ຮັບອະນຸຍາດສົ່ງອອກໝາກຖົ່ວລຽນສົດເຂົ້າຕະຫຼາດນີ້.
ອິນເດຍ ແມ່ນຕະຫຼາດທີ່ມີຂອບຂະໜາດປະຊາກອນໃຫຍ່, ຄົນຊັ້ນກາງ ແລະ ຄວາມຕ້ອງການສຳລັບບັນດາຜະລິດຕະພັນກະເສດ, ສະບຽງອາຫານນຳເຂົ້າທີ່ມີຄຸນນະພາບນັບມື້ນັບເພີ່ມຂຶ້ນ. ເລື່ອງເຂົ້າເຖິງຕະຫຼາດນີ້ ໄດ້ສ້າງໂອກາດໃຫ້ແກ່ວິສາຫະກິດ ຫວຽດນາມ ຫັນຕະຫຼາດສົ່ງອອກເປັນຫຼາກຫຼາຍ, ຫຼຸດຜ່ອນການເອື່ອຍອີງເຂົ້າບາງຕະຫຼາດດັ້ງເດີມ, ພ້ອມທັງຍົກສູງມູນຄ່າ ແລະ ທີ່ຕັ້ງຂອງໝາກຖົ່ວລຽນ ຫວຽດນາມ ໃນຕະຫຼາດສາກົນ.
ປັດຈຸບັນ, ເນື້ອທີ່ປູກໝາກຖົ່ວລຽນຢູ່ ຫວຽດນາມ ມີປະມານ 190.000 ເຮັກຕາ ແລະ ປີນີ້ ຄາດວ່າ ຈະເກັບກູ້ໄດ້ກວ່າ 2 ລ້ານໂຕນ. ໃນ 5 ເດືອນຕົ້ນປີ 2026, ການສົ່ງອອກໝາກຖົ່ວລຽນ ຄາດວ່າບັນລຸ 562 ລ້ານ USD.