ຂ່າວສານ

ຖື​ການ​ພັດ​ທະ​ນາ​ທັກ​ສະ​ດີ​ຈີ​ຕອນ​ໃຫ້​ແກ່​ທົ່ວ​ປວງ​ຊົນ​ແມ່ນ​ຈຸດ​ສຸມ​ຂອງ​ການ​ຫັນ​ເປັນ​ດີ​ຈີ​ຕອນ

ມະຕິເລກທີ 57 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ໄດ້ກຳນົດວ່າການຫັນເປັນດີຈີຕອນແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນແຖວໜ້າເພື່ອພັດທະນາໂດຍໄວ ແລະ ຍືນຍົງຂອງປະເທດຊາດ.
ສະມາຊິກຊາວໜຸ່ມໜູນຊ່ວຍປະຊາຊົນສຳຜັດກັບເຕັກໂນໂລຢີຜ່ານຂະບວນການ “ປະຊາສຶກສາດີຈີຕອນ (ພາບ: baotintuc.vn)

ວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດ ສັງຄົມ ຫວຽດນາມ ຈັດເວທີປາໄສວິທະຍາສາດ 2025 “ຄຸ້ມຄອງການພັດທະນາເສດຖະກິດ - ສັງຄົມຫວຽດນາມ ໃນສະພາບການຫັນເປັນດີຈີຕອນ” ເພື່ອແນໃສ່ເຮັດແຈ້ງບົດບາດຂອງການຫັນເປັນດີຈີຕອນ ໃນການປ່ຽນແປງໃໝ່ວິທີການຄຸ້ມຄອງ, ພັດທະນາເສດຖະກິດ - ສັງຄົມ ແລະ ສະເໜີບັນດາຂໍ້ສະເໜີແນະນະໂຍບາຍ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດໃນສັງກາດດີຈີຕອນ.

ກ່າວຄຳເຫັນໄຂເວທີປາໄສ, ທ່ານສາດສະດາຈານ, ປ.ອ ເລວັນເລີ້ຍ, ປະທານສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ເນັ້ນໜັ້ກວ່າ ມະຕິເລກທີ 57 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ໄດ້ກຳນົດວ່າການຫັນເປັນດີຈີຕອນແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນແຖວໜ້າເພື່ອພັດທະນາໂດຍໄວ ແລະ ຍືນຍົງຂອງປະເທດຊາດ.

ທີ່ເວທີປາໄສ, ມີຫຼາຍຄຳເຫັນຖືວ່າ ຕ້ອງຊາບຊືນການຫັນເປັນດີຈີຕອນແມ່ນລັກສະນະລຸລ່ວງໃນວິວັດການພັດທະນາເສດຖະກິດ, ສັງຄົມ. ຖືການພັດທະນາທັກສະດີຈີຕອນໃນທົ່ວປວງຊົນແມ່ນວຽກງານຈຸດສຸມຂອງການຫັນເປັນດີຈີຕອນ. ພ້ອມກັນນັ້ນ, ຕ້ອງປ່ຽນແປງຈິນຕະນາການລະບອບລະບຽ-ການຕາມທິດມຸ່ງໄປເຖິງການຄຸມຄອງບໍລິຫານມາຍັງການຄຸ້ມຄອງອີງຕາມຂໍ້ມູນ, ເພີ່ມທະວີກົນໄກທົດລອງທີ່ມີຄວບຄຸມເພື່ອປັບປຸງນະໂຍບາຍສຳລັບບັນດາບັນຫາເກີດຂຶ້ນໃໝ່ຢ່າງທັນການ.


top