ສອງຝ່າຍຢືນຢັນຄືນໃໝ່ບົດບາດໃຈກາງຂອງ ອາຊຽນ ກໍ່ຄືບົດບາດສຳຄັນຂອງ ອາຊຽນ ແລະ ບັນດາກົນໄກໂດຍ ອາຊຽນ ນຳພາ
ໂດຍໄດ້ຮັບຄຳເຊີນຂອງ ທ່ານນາງ Cindy Kiro, ຜູ້ສຳເລັດລາດຊະການແຫ່ງ ນິວຊີແລນ, ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລິມ ໄດ້ໄປຢ້ຽມຢາມ ນິວຊີແລນ ທາງລັດທະກິດແຕ່ວັນທີ 12-13 ສິງຫາປີ 2026. ສອງຝ່າຍໄດ້ອອກ ຖະແຫຼງການຮ່ວມ ຫວຽດນາມ-ນິວຊີແລນ.
ຖະແຫຼງການຮ່ວມ ຫວຽດນາມ-ນິວຊີແລນ ຢືນຢັນວ່າ ການຮ່ວມມືດ້ານການຄ້າ ແລະ ເຊື່ອມຕົວເສດຖະກິດແມ່ນກຳລັງໜູນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ນິວຊີແລນ. ສອງຝ່າຍຢືນຢັນຄືນໃໝ່ຄວາມຕັດສິນໃຈຊຸກຍູ້ການເຊື່ອມຕົວເຂົ້າກັບເສດຖະກິດພາກພື້ນ; ໃຫ້ຄຳໝັ້ນສັນຍາ ເດັດດ່ຽວສະໜັບສະໜູນລະບົບການຄ້າສອງຝ່າຍເສລີ, ເປີດກ້ວາງ, ກວມລວມ ແລະ ອີງຕາມຂໍ້ກຳນົດ ພ້ອມທັງຊອກຫາບັນດາການປ່ຽນແປງໃໝ່ໃນການຄ້າ ເພື່ອແນໃສ່ປັບປຸງການສ້າງເສດຖະກິດເຂັ້ມແຂງດ້ວຍຕົນເອງ, ຊົມເຊີຍການເປີດກ້ວາງການເຂົ້າເຖິງຕະຫຼາດສອງສົ້ນ; ສົ່ງເສີມການສ້າງສາຍການບິນໂດຍກົງ ຫວຽດນາມ-ນິວຊີແລນ ແນໃສ່ຊຸກຍູ້ການເຊື່ອມຕໍ່ການທ່ອງທ່ຽວ, ດຳເນີນທຸລະກິດ ແລະ ການພົບປະແລກປ່ຽນ ປຊຊ.
ສອງຝ່າຍຢືນຢັນຄືນໃໝ່ບົດບາດໃຈກາງຂອງ ອາຊຽນ ກໍ່ຄືບົດບາດສຳຄັນຂອງ ອາຊຽນ ແລະ ບັນດາກົນໄກໂດຍ ອາຊຽນ ນຳພາ ໃນການຮັກສາໂຄງປະກອບພາກພື້ນເປີດ, ຈະແຈ້ງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະ ອີງຕາມຂໍ້ກຳນົດ ດ້ວຍພື້ນຖານກົດບັດ ສປຊ ແລະ ກົດໝາຍສາກົນ, ເນັ້ນໜັກວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແມ່ນຂອບເຂດນິຕິກຳຮອບດ້ານໃຫ້ແກ່ທຸກການເຄື່ອນໄຫວໃນບັນດາເຂດທະເລ ແລະ ມະຫາສະໝຸດ.