ໃນຂອບເຂດບັນດາກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ (AEM) ຄັ້ງທີ 26 ຢູ່ນະຄອນດ່ານັ້ງໃນ ຕອນບ່າຍວັນທີ 11 ມີນາ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ວາງອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີຄວາມສາມາດຟື້ນຟູເສດຖະກິດຂອງອາຊຽນເພື່ອຮັບມືກັບໂລກລະບາດ Covid – 19.
ຫົວໜ້າຄະນະຜູ້ແທນບັນດາປະເທດຖ່າຍຮູບລວມຢູ່ກອງປະຊຸມ (ພາບ: TTXVN)
ຕາມນັ້ນແລ້ວ, ບັນດາລັດຖະມົນຕີໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການລະບາດຂອງໂລກພະຍາດ Covid – 19 ເຊິ່ງພວມກໍ່ຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນກໍ່ຄືບັນດາພື້ນຖານເສດຖະກິດໃນໂລກ. ຖະແຫຼງການຮ່ວມໄດ້ສົ່ງຄວາມເຫັນໃຈໄປຍັງບັນດາປະເທດຢູ່ໃນ ແລະ ນອກອາຊຽນເຊິ່ງພວມໄດ້ຮັບຜົນສະທ້ອນຈາກໂລກລະບາດນີ້, ຢ້ຳຄືນຖະແຫຼງການຂອງປະເທດທີ່ເປັນປະທານອາຊຽນ ກ່ຽວກັບອາຊຽນເປັນເຈົ້າການຮັບມືຕໍ່ການລະບາດຂອງ ໂລກພະຍາດ Covid – 19.
ຖະແຫຼງການຮ່ວມດັ່ງກ່າວກໍ່ເປັນການສິ້ນສຸດບັນດາກອງປະຊຸມວົງແຄບ ລັດຖະມົນຕີເສດຖະກິດ ອາຊຽນ (AEM) ຄັ້ງທີ 26. ຕາມແຜນການຄາດຄະເນແລ້ວ, ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະຈັດຕັ້ງຢູ່ນະຄອນ ດ່ານັ້ງ ໃນລະຫວ່າງວັນທີ 6 – 9 ເມສາ.
(ແຫຼ່ງຄັດຈາກ VOV)