ວັນທີ 24 ເມສາ, ຟີລິບປິນ, ປະເທດປະທານ ອາຊຽນ ປີ 2026 ໄດ້ອອກຖະແຫຼງການຂອງປະທານ ອາຊຽນ ກ່ຽວກັບການປ່ອຍຕົວເປັນອິດສະຫຼະໃຫ້ແກ່ບັນດານັກໂທດຢູ່ ມຽນມາ.
ທຸງອາຊຽນ ແລະ ທຸງຊາດບັນດາປະເທດສະມາຊິກ ອາຊຽນ
ຖະແຫຼງການດັ່ງກ່າວໄດ້ຊົມເຊີຍແຈ້ງການກ່ຽວກັບການປ່ອຍຕົວເປັນອິດສະຫຼະໃຫ້ແກ່ນັກໂທດກວ່າ 4.000 ຄົນ ເມື່ອວັນທີ 17 ເມສາ, ເນື່ອງໃນໂອກາດບຸນປີໃໝ່ຂອງ ມຽນມາ. ພິເສດ, ຊົມເຊີຍເລື່ອງປ່ອຍຕົວທ່ານອະດີດປະທານາທິບໍດີ U Win Myint ເປັນອິດສະຫຼະ, ຖືວ່ານີ້ແມ່ນບາດກ້າວທີ່ຕັ້ງໜ້າມຸ່ງໄປຜເຖິງການເຈລຸຈາລະດັບຊາດຮອບດ້ານລະຫວ່າງທຸກຝ່າຍທີ່ກ່ຽວຂ້ອງຢູ່ ມຽນມາ. ຖະແຫຼງການດັ່ງກ່າວກໍຢັ້ງຢືນຄືນຄຳໝັ້ນສັນຍາໜູນຊ່ວຍ ມຽນມາ, ດ້ວຍຖານະເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງ ອາຊຽນ, ເພື່ອບັນລຸໄດ້ມາດຕະການສັນຕິພາບ ແລະ ຄວາມຍືນຍົງໃຫ້ແກ່ວິກິດການດ້ານການເມືອງຢູ່ປະເທດ ໂດຍ ມຽນມາ ເປັນເຈົ້າຂອງ ແລະ ນຳພາ.
ກ່ຽວຂ້ອງເຖິງວິກິດການດ້ານການເມືອງຢູ່ ມຽນມາ, ຖະແຫຼງການດັ່ງກ່າວໄດ້ຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງໃນທັນທີ, ພິເສດແມ່ນແນໃສ່ສາມັນຊົນ ແລະ ບັນດາຮາກຖານສາທາລະນະ; ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງລະງັບໃຈຢ່າງສຸດຂີດ, ຮັບປະກັນຄວາມປອດໄພໃຫ້ສາມັນຊົນທຸກຄົນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການສະໜອງການຊ່ວຍເຫຼືອມະນຸດສະທຳ.