ບັນດາສະມາຊິກສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ຕ້ອງເພີ່ມທະວີການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ກຳນົດຂັ້ນຕອນສ້າງຖານຂໍ້ມູນກ່ຽວກັບແຫຼ່ງຊັບພະຍາກອນນ້ຳຢ່າງຈະແຈ້ງ ເພື່ອເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສະພາບການຜັນແປຢ່າງສັບສົນຂອງດິນຟ້າອາກາດ.
ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: quochoi.vn)
ຕອນບ່າຍວັນທີ 26 ຕຸລາ, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ເຮັດວຽກ, ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ). ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍແຫຼ່ງຊັບພະຍາກອນນ້ຳ. ບັນດາສະມາຊິກສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ຕ້ອງເພີ່ມທະວີການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ກຳນົດຂັ້ນຕອນສ້າງຖານຂໍ້ມູນກ່ຽວກັບແຫຼ່ງຊັບພະຍາກອນນ້ຳຢ່າງຈະແຈ້ງ ເພື່ອເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສະພາບການຜັນແປຢ່າງສັບສົນຂອງດິນຟ້າອາກາດ. ດັ່ງນັ້ນ, ຮ່າງກົດໝາຍສະບັບປັບປຸງ ຕ້ອງເພີ່ມເຕີມຂໍ້ກຳນົດກ່ຽວກັບການກຳນົດເວລາປະຕິບັດສຳເລັດລະບົບຖານຂໍ້ມູນຂ່າວສານກ່ຽວກັບແຫຼ່ງຊັບພະຍາກອນນ້ຳແຫ່ງຊາດ.
ບັນດາສະມາຊິກສະພາແຫ່ງຊາດ ກໍຖືວ່າ ຕ້ອງກຳນົດຢ່າງລະອຽດກວ່າກ່ຽວກັບການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີໃນການຄຸ້ມຄອງ, ປົກປ້ອງ, ຂຸດຄົ້ນ, ນ້ຳໃຊ້ແຫຼ່ງຊັບພະຍາກອນນ້ຳ, ການປ້ອງກັນ, ຕ້ານຜົນເສຍຫາຍທີ່ເກີດຈາກນ້ຳ.