ຂ່າວສານ

ຕ້ອງ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ແມ່ນ​ເປົ້າ​ໝາຍ​ຊົມ​ໃຊ້​ຢ່າງ​ແທດ​ຈິງ

ສາທາລະນະສຸກ ແລະ ການສຶກສາ ແມ່ນບັນດາເສົາຄ້ຳສຳຄັນຂອງສັງຄົມ. ນີ້ບໍ່ພຽງແຕ່ແມ່ນເປົ້າໝາຍເທົ່ານັ້ນ ຫາກຍັງແມ່ນກຳລັງໜູນພັດທະນາແຫຼ່ງຊັບພະຍາກອນມະນຸດ - ເຊິ່ງເປັນໜຶ່ງໃນສາມຈຸດສຸມບຸກທະລຸ.
ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ວາລະປຶກສາຫາລື

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 25 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ສະພາແຫ່ງຊາດໄດ້ສະຫງວນເວລາຫຼາຍເພື່ອປຶກສາຫາລືກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດຫັນເປັນທັນສະໄໝ, ຍົກສູງຄຸນນະພາບການສຶກສາ ແລະ ການບຳລຸງສ້າງໄລຍະ 2026 – 2035; ແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການເບິ່ງແຍງດູແລສຸຂະພາບ, ປະຊາກອນ ແລະ ການພັດທະນາໄລຍະ 2026 – 2035.

ເມື່ອກ່າວຄຳເຫັນທີ່ວາລະປຶກສາຫາລືຂອງກຸ່ມທີ 1, ຄະນະສະມາຊິກສະພານະຄອນ ຮ່າໂນ້ຍ, ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຢັ້ງຢືນວ່າ ສາທາລະນະສຸກ ແລະ ການສຶກສາ ແມ່ນບັນດາເສົາຄ້ຳສຳຄັນຂອງສັງຄົມ. ນີ້ບໍ່ພຽງແຕ່ແມ່ນເປົ້າໝາຍເທົ່ານັ້ນ ຫາກຍັງແມ່ນກຳລັງໜູນພັດທະນາແຫຼ່ງຊັບພະຍາກອນມະນຸດ - ເຊິ່ງເປັນໜຶ່ງໃນສາມຈຸດສຸມບຸກທະລຸ. ເປົ້າໝາຍເບິ່ງແຍງດູແລໃຫ້ແກ່ມະນຸດ, ມີແຫຼ່ງຊັບພະຍາກອນມະນຸດທີ່ດີ, ສຸຂະພາບແຂງແຮງ ແລະ ມີຄຸນນະທາດ, ມີຈິນຕະນາການ, ມີພຸມປັນຍາເພື່ອສ້າງສາ ແລະ ພັດທະນາປະເທດຊາດ. ດັ່ງນັ້ນ, ເປົ້າໝາຍແຫ່ງຊາດບໍ່ພຽງແຕ່ຂອງສະເພາະຂະແໜງສຶກສາ ແລະ ສາທາລະນະສຸກເທົ່ານັ້ນ, ຫາກຍັງເປັນຂອງທົ່ວສັງຄົມ, ທົ່ວປວງຊົນຕ້ອງມີສ່ວນຮ່ວມ. ຕ້ອງມີຄວາມເປັນເອກະພາບກ່ຽວກັບເປົ້າໝາຍ, ຫຼີກລ້ຽງການຊັບຊ້ອນ, ກະແຈກກະຈາຍແຫຼ່ງກຳລັງ, ຍ້ອນວ່າ ໃນທີ່ສຸດ ປະຊາຊົນຕ້ອງເປັນເປົ້າໝາຍຊົມໃຊ້ຢ່າງແທດຈິງ.


top