ຂ່າວສານ

ຕ້ອງສ້າງຂົວເຊື່ອມຕໍ່ຮ່ວມມືດ້ານການເງິນ ຫວຽດນາມ - ອັງກິດ

ຄະນະບໍລິຫານງານ VIFA ໄດ້ປະກາດ 3 ເສົາຄ້ຳຍຸດທະສາດພັດທະນາ ໄລຍະ 2025 – 2028
ທ່ານນາງ Christine Le, ປະທານຜູ້ກໍ່ຕັ້ງ VIFA UK (ພາບ: TTXVN)

ຕອນຄ່ຳວັນທີ 27 ມິຖຸນາ (ຕາມເວລາທ້ອງຖິ່ນ), ສະຫະສະມາຄົມການເງິນ ແລະ ການລົງທຶນ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ (VIFA UK) ໄດ້ເປີດຕົວຢ່າງເປັນທາງການ ຢູ່ນະຄອນຫຼວງ ລອນດອງ, ດ້ວຍຄວາມຫວັງກາຍເປັນຂົວເຊື່ອມຕໍ່ມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຄົມນັກຊ່ຽວຊານດ້ານການເງິນ, ນັກລົງທຶນ ແລະ ນັກທຸລະກິດ 2 ປະເທດ ແລະ ສາກົນ.

ທີ່ພິທີ, ຄະນະບໍລິຫານງານ VIFA ໄດ້ປະກາດ 3 ເສົາຄ້ຳຍຸດທະສາດພັດທະນາ ໄລຍະ 2025 – 2028, ລວມມີ ການເຊື່ອມຕໍ່ ແລະ ບຳລຸງສ້າງລົງເລິກ ກັບບັນດາກອງປະຊຸມສຳມະນາປະຈຳໄລຍະ ແລະ ລາຍການໃຫ້ຄຳປຶກສາ ໂດຍມີການເຂົ້າຮ່ວມຂອງນັກຊ່ຽວຊານແຖວໜ້າຂະແໜງ; ຮ່ວມມືຄົ້ນຄວ້າ ແລະ ໄຈ້ແຍກຕີລາຄານະໂຍບາຍຜ່ານການໃຫ້ຄຳປຶກສາ ແລະ ໄຈ້ແຍກຕີລາຄາຈາກບັນດານັກຊ່ຽວຊານສາກົນ; ແລະ ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດແລະ ສາກົນ ຜ່ານຊ່ອງໃຫ້ຄຳປຶກສາການເງິນໃຫ້ສ່ວນບຸກຄົນ, ວິສາຫະກິດ ແລະ ເລີ່ມດຳເນີນທຸລະກິດຊາວ ຫວຽດນາມ.


top