ການໄປໄຫວ້ບູຊາ “ທັງລອງຕື໋ເຈິ໋ນ” ໃນຕົ້ນລະດູບານໃໝ່ ປີມະເມຍ ບໍ່ພຽງແຕ່ແມ່ນການເດີນທາງ ທາງດ້ານຈິດວິນຍານ ເທົ່ານັ້ນ, ແຕ່ຍັງແມ່ນການເດີນທາງ ເພື່ອຄົ້ນຫາຄວາມງາມ ທາງດ້ານປະ ຫວັດສາດ ແລະ ວັດທະນະທຳ ຂອງ ຮ່າໂນ້ຍ ທີ່ມີມູນເຊື້ອ ວັດທະ ນະທຳ ນັບພັນປີ.
ການໄປໄຫວ້ບູຊາ “ທັງລອງຕື໋ເຈິ໋ນ” ໃນຕົ້ນລະດູບານໃໝ່ ປີມະເມຍ ບໍ່ພຽງແຕ່ແມ່ນການເດີນທາງ ທາງດ້ານຈິດວິນຍານ ເທົ່ານັ້ນ, ແຕ່ຍັງແມ່ນການເດີນທາງ ເພື່ອຄົ້ນຫາຄວາມງາມ ທາງດ້ານປະຫວັດສາດ ແລະ ວັດທະນະທຳ ຂອງ ຮ່າໂນ້ຍ ທີ່ມີມູນເຊື້ອ ວັດທະນະທຳ ນັບພັນປີ.
ວິຫານ ແບັກມ໊າ - ສະຖານທີ່ສັກສິດ
ປົກປັກຮັກສາ ທິດຕາເວັນອອກ
ຈຸດໝາຍທຳອິດໃນການເດີນທາງ ຂອງ ພວກຂ້າພະເຈົ້າແມ່ນ ວິຫານ ແບັກມ໊າ ຕັ້ງຢູ່ຖະໜົນ ຮ່າງບ່ວມ.
ເຖິງວ່າຈະຕັ້ງຢູ່ໃຈກາງຕົວເມືອງ ທີ່ຄຶກຄື້ນ, ແຕ່ວິຫານແຫ່ງນີ້ຍັງຄົງຮັກສາໄດ້
ຄວາມເກົ່າແກ່ ແລະ ສະຫງົບງຽບ. ກິ່ນຫອມຂອງທູບ ທີ່ລອຍມາຕາມສາຍລົມ, ສຽງລະຄັງ
ດັງຄ່ອຍໆ, ທັງໝົດນີ້
ໄດ້ສ້າງບັນຍາກາດທ່ີງຽບສະຫງົບ, ນໍາມາຊຶ່ງ ຄວາມສະຫງົບສຸກ ໃຫ້ກັບຈິດໃຈ.
ນາງ ຫງວຽນທິທູ, ນັກທ່ອງທ່ຽວ ຈາກນະຄອນ ໂຮ່ຈີມິນ ແບ່ງປັນວ່າ: “ນີ້ແມ່ນຄັ້ງທຳອິດ ທີ່ຂ້າພະເຈົ້າໄດ້ໄປໄຫວ້ບູຊາຢູ່ ທັງລອງຕື໋ເຈິ໋ນ. ມັນເປັນຄວາມຮູ້ສຶກພິເສດແທ້ໆ. ເມື່ອກ້າວເຂົ້າສູ່
ວິຫານ ແບັກມ໊າ, ຂ້າພະເຈົ້າຮູ້ສຶກໄດ້ເຖິງຈິດວິນຍານອັນສັກສິດ
ແລະ ໝັ້ນຄົງ ຂອງ ເທບມັງກອນ ຜູ້ປົກປັກຮັກສາ ເມືອງຫຼວງ ບູຮານ. ຂ້າພະເຈົ້າຂໍພອນ ໃຫ້ຄອບຄົວ
ມີສຸຂະພາບແຂງແຮງ ແລະ ມີຄວາມສະຫງົບສຸກ ໃນປີໃໝ່.”.
ວິຫານ ວອຍຟຸກ - ຄວາມສະຫງົບງຽບ ຢູ່ປະຕູເມືອງທິດເວັນຕົກ
ອອກຈາກ ວິຫານ ແບັກມ໊າ, ພວກຂ້າພະເຈົ້າ ສືບຕໍ່ເດີນທາງ ໄປຫາ ວິຫານ ວອຍຟຸກ ຢູ່ຕາແສງ ຫງອກແຄ໋ງ. ວິຫານຕັ້ງຢູ່ໃນພື້ນທີ່
ກວ້າງຂວາງ ແລະ ໂປ່ງສະບາຍ ມີຕົ້ນໄມ້ຂຽວຂະຈີ, ເຮັດໃຫ້ ວິຫານ ແຫ່ງນີ້ ມີຄວາມງາມສວຍງາມ ແລະ
ງຽບສະຫງົບ. ເທບພະເຈົ້າ ລິງລາງດ້າຍເວືອງ, ຜູ້ປົກປັກຮັກສາທິດເວັນຕົກ ເບິ່ງຄືວ່າ ກໍາລັງ ຕິດຕາມ
ທຸກບາດກ້າວແຫ່ງຄວາມເຄົາລົບ ຂອງ ປະຊາຊົນ ຢ່າງງຽບໆ.

ພາບ: ກົງດາດ/VNP
ທ່າມກາງຝຸງຊົນ ທີ່ມາຈຸດທູບໄຫວ້ບູຊາ, ພວກຂ້າພະເຈົ້າ ໄດ້ ພົບກັບ ທ່ານ ເລວັນຮຸ່ງ, ເຊິ່ງແມ່ນຊາວ ຮ່າໂນ້ຍ ດັ້ງເດີມ. ທ່ານ ກ່າວວ່າ: “ການໄປໄຫວ້ບູຊາ ຕື໋ເຈິ໋ນ ທຸກໆ ໂອກາດຕົ້ນປີ ໄດ້ກາຍເປັນ ຈຸດ ວັດທະນະທຳ ແລະ ເປັນຄວາມຊິນເຄີຍ ຂອງ ຄອບຄົວ
ຂ້າພະເຈົ້າ. ມັນບໍ່ພຽງແຕ່ ແມ່ນການຂໍຄວາມໂຊກລາບ ເທົ່ານັ້ນ, ແຕ່ຍັງແມ່ນວິທີ ທີ່ພວກຂ້າພະເຈົ້າ ເຕືອນສະຕິລູກຫຼານ ໃຫ້ຈົດຈຳ
ຕົ້ນກໍາເນີດ ແລະ ຄຸນຄ່າປະເພນີອັນດີງາມຂອງຊາດ. ການໄປຄົບ ວິຫານ ທັງ 4 ແຫ່ງ, ຕາມຄວາມເຊື່ອຖືຂອງປະຊາຊົນ, ຈະນຳມາເຊິ່ງຄວາມສົມດຸນ ແລະ ຄວາມກົມກຽວຕະຫຼອດທັງປີ.”
ວິຫານ ກິມລຽນ - ບ່ອນຝາກຝັງຄວາມມຸ່ງຫວັງທາງທິດໃຕ້
ເມື່ອມາຮອດ ວິຫານ ກິມລຽນ, ທາງທິດໃຕ້ ຂອງເມືອງຫຼວງເກົ່າ, ບັນຍາກາດກໍຄຶກຄື້ນເປັນພິເສດ. ທ່ີນີ້ເປັນບ່ອນບູຊາເທບພະເຈົ້າ ກາວເຊີນດ້າຍເວືອງ, ເທບພະເຈົ້າທີ່ປະຊາຊົນ
ຂໍຄວາມປົກປ້ອງ ແລະ ອຸປະຖຳຄໍ້າຊູ. ສີລາຈາລຶກ ທີ່ມີບົດກອນ “ກາວເຊີນດ້າຍເວືອງ
ເທິ່ນຕື່ບີມິງ” ໂດຍທ່ານ ເລຕຸງ ແຕ່ງ ຂຶ້ນເມື່ອປີ 1510,
ແມ່ນຫຼັກຖານ ອັນລ້ຳຄ່າ ທີ່ຢັ້ງຢືນເຖິງຜົນງານ ແລະ
ຄວາມສັກສິດ ຂອງ ເທບພະເຈົ້າ ອົງນີ້.
ມີຄອບຄົວໜຸ່ມໜຶ່ງ ພວມພາກັນຈຸດທູບໄຫວ້ບູຊາ, ມືອຸ້ມລູກນ້ອຍ. ນາງ ບຸ່ຍທູຈາງ ແບ່ງປັນວ່າ: “ພວກຂ້າພະເຈົ້າ ພາລູກ ມາໄຫວ້ບູຊາ
ເພື່ອໃຫ້ລູກໄດ້ຮູ້ຈັກ ກັບຈຸດຄວາມງາມ ທາງດ້ານວັດທະນະທຳນີ້. ຫວັງວ່າໃນປີໃໝ່, ລູກຈະມີສຸຂະພາບແຂງແຮງ, ເປັນເດັກຄຳຮູ້ ແລະ ຮຽນເກັ່ງ. ການມາໄຫວ້ບູຊາ ໃນຕົ້ນປີ
ເຮັດໃຫ້ຈິດໃຈສະບາຍ ແລະ ເຕັມໄປດ້ວຍຄວາມຫວັງ.”.
ວິຫານ ກວ໋ານແທ໋ງ - ຄວາມມຸ່ງຫວັງທາງທິດເໜືອ
ຈຸດສຸດທ້າຍ ໃນການເດີນທາງ ແມ່ນ ວິຫານ ກວ໋ານແທ໋ງ ທີ່ຕັ້ງ ຢູ່ແຄມ ໜອງໄຕ ອັນສວຍງາມ. ໃຕ້ຮົ່ມໄມ້ໃຫຍ່ທີ່ເກົ່າແກ່, ດ້ວຍຮູບປັ້ນ ເຈິ໋ນຫວູ໊ ທີ່ສະຫງ່າຜ່າເຜີຍ, ວິຫານແຫ່ງນີ້ ມີຄວາມງາມແບບເກົ່າແກ່ ແລະ ປອດໂປ່ງ.
ສຽງລະຄັງ ເຈິ໋ນຫວູ໊, ສາຍລົມພັດມາຈາກ
ໜອງໄຕ, ທັງໝົດນີ້
ຄືດັ່ງປະສານສົມທົບກັນ, ນຳເອົາຄຳອະທິຖານ
ຂອງ ນັກທ່ອງທ່ຽວ ຈາກທົ່ວທຸກສາລະທິດ ສົ່ງເຖິງເທບພະເຈົ້າ ຮວ່ຽນທຽນເຈິ໋ນຫວູ໊.
ເຖິງວ່າ ຈະມີຝົນຝອຍ ໃນຕົ້ນລະດູບານໃໝ່, ແຕ່ກະແສຄົນໄປມາ ກໍຍັງບໍ່ຂາດສາຍ. ມີຄົນມາຂໍພອນ ດ້ານໜ້າທີ່ ການງານ,
ມີຄົນມາ ຂໍສຸຂະພາບ ແລະ ຄວາມສະຫງົບສຸກ ແລະ
ມີບາງຄົນມາ ພຽງແຕ່ ຢາກຊອກຫາ ບ່ອນທີ່ສະຫງົບ ເພື່ອຊຳລະລ້າງຈິດໃຈ ພາຍຫຼັງໜຶ່ງປີ ທີ່ເຮັດວຽກໜັກ.
ທັງລອງຕື໋ເຈິ໋ນ ແມ່ນຊື່ເອີ້ນທີ່ຊີ້ບອກເຖິງ ຫໍວິຫານ ສັກສິດ 4 ແຫ່ງ ທີ່ບູຊາເທບພະເຈົ້າ 4
ອົງ ປົກປັກຮັກສາ 4
ຈຸດຍຸດທະສາດ ທາງທິດຕາເວັນອອກ,
ຕາເວັນຕົກ, ໃຕ້ ແລະ ເໜືອ ຂອງ ກຳແພງ ພະລາຊະວັງ ທັງລອງ ໃນສະໄໝກ່ອນ, ເຊິ່ງປັດຈຸບັນແມ່ນ
ນະຄອນ ຫຼວງ
ຮ່າໂນ້ຍ. ໃນປີ 2022, ນາຍົກລັດຖະມົນຕີ
ໄດ້ອອກຂໍ້ຕົກລົງ ສະບັບເລກທີ 93/QĐ-TTg ຈັດອັນດັບ
ໃຫ້ ປູຊະນີຍະສະຖານ ປະຫວັດສາດ ແລະ ສະຖາປັດຕະຍະກຳ ສິລະປະ ທັງລອງຕື໋ເຈິ໋ນ
ເປັນເຂດບູຮານສະຖານແຫ່ງຊາດ ພິເສດ.
ບົດ: ແຄ໋ງລອງ - ພາບ: ກົງດາດ, ແທງຢາງ - ແປໂດຍ: ບິກລຽນ