ມາຮອດປະຈຸບັນ ບັນດາກຳລັງໃນບໍລິເວນແຂວງ ຕວຽນກວາງ ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 149 ອັດຖິ
ທີ່ພິທີໄຫວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: VNA)
ຕອນເຊົ້າວັນທີ 15 ຕຸລາ, ຄະນະພັກແຂວງ, ສະພາປະຊາຊົນແຂວງ, ຄະນະກຳມະການປະຊາຊົນແຂວງ, ຄະນະກຳມະການແນວໂຮມປະເທດຊາດແຂວງ ຕວຽນກວາງ ໄດ້ຈັດພິທີໄຫວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 93 ອັດຖິ ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ວິຊວຽນ.
ໃນບັ້ນເຄື່ອນໄຫວ 500 ວັນ ແລະ ຄືນຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ, ມາຮອດປະຈຸບັນ ບັນດາກຳລັງໃນບໍລິເວນແຂວງ ຕວຽນກວາງ ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 149 ອັດຖິ, ໃນນັ້ນມີອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 148 ອັດຖິທີ່ເສຍສະຫຼະຊີວິດໃນການຕໍ່ສູ້ເພື່ອປົກປ້ອງຊາຍແດນທາງພາກເໜືອ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ 1 ຄົນ ທີ່ເສຍສະຫຼະຊີວິດໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ. ໃນຈຳນວນນັ້ນ, ມີອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 5 ອັດຖິທີ່ມີຂໍ້ມູນຄົບຖ້ວນ ແລະ ໄດ້ມອບໃຫ້ບັນດາທ້ອງຖິ່ນ ພ້ອມກັບຄອບຄົວຕາມຄວາມມຸ່ງຫວັງຂອງຍາດຕິພີ່ນ້ອງ.
ບົດກ່າວໄວ້ອາໄລທີ່ພິທີຂອງ ທ່ານ ຟານຮຸຍງອກ, ປະທານຄະນະກຳມະການປະຊາຊົນແຂວງ ຕວຽນກວາງ, ໄດ້ດັງຂຶ້ນເຕັມໄປດ້ວຍຄວາມຕື້ນຕັນໃຈ ແລະ ສະຫງ່າງາມ:
"ເລືອດເນື້ອຂອງພວກອ້າຍໄດ້ເຈືອຈານເຂົ້າກັບດິນແດນປະເທດຊາດ, ປະກອບສ່ວນເຂົ້າໃນການປົກປັກຮັກສາອະທິປະໄຕທີ່ສັກກະລະບູຊາຂອງປະເທດຊາດ, ຂຽນໜ້າປະຫວັດສາດທີ່ຮຸ່ງເຮືອງຂອງຊາດ ແລະ ເສີມຂະຫຍາຍຄຸນນະພາບອັນສູງສົ່ງຂອງທະຫານລຸງໂຮ່. ການເສຍສະຫຼະຊີວິດອັນສູງສົ່ງນີ້ຈະຖືກຈົດຈຳໄວ້ຕະຫຼອດໄປໃນລຸ້ນຄົນປະຈຸບັນ ແລະ ອະນາຄົດ."