ນອກຈາກບັນດາຫາດຊາຍ ທີ່ສວຍງາມ ແລະ ສະຖານທີ່ ພັກຜ່ອນ ທີ່ທັນສະໄໝແລ້ວ, ນະຄອນ ດ່າໜັງ ພວມເປີດກວ້າງ ເສັ້ນທາງ ການທ່ອງທ່ຽວໃໝ່ ທີ່ໜ້າສົນໃຈຄື: ການທ່ອງທ່ຽວຊຸມຊົນ. ທີ່ນີ້, ນັກທ່ອງທ່ຽວ ບໍ່ພຽງແຕ່ໄດ້ສຳຜັດ ກັບທຳມະຊາດ ຂອງພູຜາປ່າໄມ້, ແມ່ນ້ຳລຳເຊ ເທົ່ານັ້ນ, ແຕ່ຍັງໄດ້ສຳຜັດກັບ ວິຖີຊີວິດ ວັດທະນະທຳ ທີ່ເປັນເອກະລັກ ຂອງ ຊຸມຊົນ ຊາວເຜົ່າ ພື້ນເມືອງ ນຳອີກ…
ຄ່ຳຄືນກໍ່ກອງໄຟຕັ້ງຄ້າຍ ພ້ອມດ້ວຍວາດຟ້ອນ ເຂນ ຂອງ ຊາວເຜົ່າ ເກີຕູ. ພາບ: ແທງຮ່ວາ/VNP
ນອກຈາກບັນດາຫາດຊາຍ ທີ່ສວຍງາມ ແລະ ສະຖານທີ່ ພັກຜ່ອນ ທີ່ທັນສະໄໝແລ້ວ, ນະຄອນ ດ່າໜັງ ພວມເປີດກວ້າງ ເສັ້ນທາງ ການທ່ອງທ່ຽວໃໝ່ ທີ່ໜ້າສົນໃຈຄື: ການທ່ອງທ່ຽວຊຸມຊົນ. ທີ່ນີ້, ນັກທ່ອງທ່ຽວ ບໍ່ພຽງແຕ່ໄດ້ສຳຜັດ ກັບທຳມະຊາດ ຂອງພູຜາປ່າໄມ້, ແມ່ນ້ຳລຳເຊ ເທົ່ານັ້ນ, ແຕ່ຍັງໄດ້ສຳຜັດກັບ ວິຖີຊີວິດ ວັດທະນະທຳ ທີ່ເປັນເອກະລັກ ຂອງ ຊຸມຊົນ ຊາວເຜົ່າ ພື້ນເມືອງ ນຳອີກ…
ນັກທ່ອງທ່ຽວ ຮ່ວມເຕັ້ນສາກ ແບບດັ້ງເດີມ. ພາບ: ແທງຮ່ວາ/VNP
ໃນຊຸມປີມໍ່ໆ ມານີ້, ນະຄອນ ດ່າໜັງ ບໍ່ພຽງແຕ່ໄດ້ພັດທະນາ ການທ່ອງທ່ຽວ ທາງທະເລ, ການພັກຜ່ອນ ຫຼື ຈັດງານເທດສະການ ຕ່າງໆ ຢ່າງເຂັ້ມແຂງເທົ່ານັ້ນ, ແຕ່ຍັງໄດ້ເອົາໃຈໃສ່ ຂຸດຄົ້ນ ການທ່ອງທ່ຽວຊຸມຊົນ ເຊິ່ງເປັນຮູບແບບ ທີ່ເຮັດໃຫ້ ຜະລິດຕະພັນ ການທ່ອງທ່ຽວໃໝ່ຂຶ້ນ, ທັງສ້າງອາຊີບ ທີ່ໝັ້ນຄົງ ໃຫ້ແກ່ຊຸມຊົນ ທ້ອງຖິ່ນ.…
ເຂດທ່ອງທ່ຽວ ຊຸມຊົນ ຢູ່ແຄມແມ່ນໍ້າ ກູເດ ທີ່ງົດງາມ. ພາບ: ແທງຮ່ວາ/VNP
ບັນດາຕາແສງ ຮວ່າວາງ, ຮວ່າຕ໋ຽນ, ບ່ານ່າ, ຫາຍເວິນ ເປັນທ້ອງຖິ່ນ ທີ່ມີທຳມະຊາດ ສວຍງາມ ພ້ອມດ້ວຍຊຸມຊົນຊາວເຜົ່າ ເກີຕູ ແລະ ຊາວ ທ້ອງຖິ່ນ ທີ່ຍັງຄົງຮັກສາ ເອກະລັກວັດທະນະທຳ ແບບດັ້ງເດີມ ມາແຕ່ດົນນານ. ບັນດາບ້ານ ຕ່າລາງ, ຢ່ານບີ໋, ນາມອຽນ (ຕາແສງ ຫາຍເວິນ), ຕຸ໋ຍລວານ (ຕາແສງ ຮວ່າວາງ), ຖ໋າຍລາຍ, ຈູງເງ໊ຍ (ຕາແສງ ບ່ານ່າ) ກາຍເປັນຈຸດເດັ່ນ ຂອງ ການທ່ອງທ່ຽວ ຮູບແບບນີ້.
ຄວາມສົດໃສ, ສະຫງົບງຽບ ແລະຄວາມລຽບງ່າຍຂອງເຂດທ່ອງທ່ຽວຊຸມຊົນເຂດພູຜາ ໄດ້ດຶງດູດນັກທ່ອງທ່ຽວຫຼາຍຂຶ້ນເລື້ອຍໆ, ໂດຍສະເພາະກຸ່ມໄວໜຸ່ມທີ່ຕ້ອງການລອງສຳຜັດກັບຄວາມຮູ້ສຶກໃນການດໍາລົງຊີວິດແບບຊ້າໆ. ພາບ: ແທງຮ່ວາ/VNP
ຕາແສງ ຫາຍເວິນ ຫ່າງຈາກໃຈກາງເມືອງບໍ່ໄກ, ປັດຈຸບັນ ມີສະຖານທ່ີ ທ່ອງທ່ຽວ 20 ກວ່າແຫ່ງ, ໃນນັ້ນມີສະຖານທ່ີທ່ອງທ່ຽວ ຊຸມຊົນ 16 ແຫ່ງ ແລະ ສະຖານທ່ີທ່ອງທ່ຽວ ລະບົບນິເວດ 5 ແຫ່ງ, ໃຫ້ບໍລິການ ນັກທ່ອງທ່ຽວ ປະມານ 30.000 ຄົນຕໍ່ປີ. ໂຮມສະເຕ ຫຼາຍແຫ່ງ ໄດ້ຖືກສ້າງຂຶ້ນ ຕາມແບບຫໍ ກວນ ດັ້ງເດີມ ຂອງ ຊາວເຜົ່າ ເກີຕູ, ພ້ອມດ້ວຍ ບັງກະໂລ (bungalow), ເຮືອນຕູບ ຕັ້ງຢູ່ແຄມ ແມ່ນ້ຳລຳເຊ ຫຼື ເທິງເນີນພູ, ສ້າງການສຳຜັດພັກຜ່ອນຕົວຈິງ ທີ່ໃກ້ຊິດ ກັບທຳມະຊາດ.
ຈຸດເດັ່ນທີ່ເຫັນໄດ້ງ່າຍຂອງເຂດທ່ອງທ່ຽວຊຸມຊົນໃນນະຄອນດານັງ ແມ່ນການນຳໃຊ້ຄວາມງາມຂອງທຳມະຊາດທີ່ຍັງບໍລິສຸດຂອງແມ່ນ້ຳ ແລະພູຜາປ່າໄມ້. ພາບ: ແທງຮວ່າ/VNP
ຢູ່ທີ່ນີ້, ນັກທ່ອງທ່ຽວ ມີໂອກາດເຂົ້າຮ່ວມ ກິດຈະກຳວັດທະນະທຳ ແລະ ສຳຜັດກັບ ວິຖີຊີວິດ ຂອງ ຊາວທ້ອງຖິ່ນເຊັ່ນ: ການຕໍ່າແພ ລາຍດອກພື້ນເມືອງ, ແກະສະຫຼັກໄມ້, ປຸງແຕ່ງອາຫານພື້ນເມືອງ, ເຕັ້ນສາກ, ຟ້ອນ ເຂນ-ເຊິ່ງເປັນວາດຟ້ອນ ຂອງຊາວເຜົ່າ ເກີຕູ. ນອກຈາກນີ້, ບັນດາກິດຈະກຳຕ່າງໆ ຢູ່ກາງແຈ້ງເຊັ່ນ: ດັງກອງໄຟ ຕັ້ງຄ້າຍ, ພາຍເຮືອ ຄະຍັກ, ພາຍເຮືອຊັບ, ອາບນ້ຳ ຕາມລໍາຫ້ວຍ, ຍ່າງຜ່ານປ່າຕຶບ ກໍເປັນຈຸດເດັ່ນ ທີ່ດຶງດູດ ນັກທ່ອງທ່ຽວ ໄວໜຸ່ມສາວ ທີ່ມັກການສຳຫຼວດ. ອາຫານທ້ອງຖິ່ນ ທີ່ປຸງແຕ່ງຈາກ ວັດຖຸດິບ ສົດໃໝ່ ທີ່ຖືກປູກໃນສວນ ຫຼື ເອົາຈາກ ທຳມະຊາດ, ຈະເຮັດໃຫ້ ນັກທ່ອງທ່ຽວ ຈົດຈຳລົດຊາດ ຂອງອາຫານ ເຂດພູຜາ ໄປຕະຫຼອດ.
ສະຖານທີ່ທີ່ສະຫງົບງຽບ, ສົດຊື່ນ ແລະຫ່າງໄກຈາກສຽງອຶກກະທຶກຂອງຕົວເມືອງ ເປັນເງື່ອນໄຂການພັກຜ່ອນທີ່ເໝາະສົມຂອງເຂດທ່ອງທ່ຽວຊຸມຊົນໃນນະຄອນ ດ່າໜັງ. ພາບ: ແທງຮວ່າ/VNP
ການທ່ອງທ່ຽວຊຸມຊົນ ຢູ່ນະຄອນ ດ່າໜັງ ພວມພັດທະນາ ຢ່າງເຂັ້ມແຂງ, ໂດຍສະເພາະໃນໂອກາດມີບຸນ, ປີໃໝ່ ຫຼື ທ້າຍ ອາທິດ.ຈຳນວນນັກທ່ອງທ່ຽວ ທີ່ຫຼັ່ງໄຫຼກັນມາຍັງບັນດາສະຖານທີ່ ໂຮມສະເຕ ແລະ ສຳຜັດວັດທະນະທຳ ຢ່າງຫຼວງຫຼາຍ, ໄດ້ສ້າງ ກຳລັງຊີວິດໃໝ່ ໃນວິຖີການທ່ອງທ່ຽວ ຂອງ ນະຄອນ ແລະ ເປີດ ທິດທາງທີ່ມີທ່າແຮງ, ຫຼາກຫຼາຍໃຫ້ແກ່ຂະແໜງການທ່ອງທ່ຽວ ຂອງ ນະຄອນ ດ່າໜັງ.
ອີງຕາມບັນດາ ຜູ້ຊ່ຽວຊານ ດ້ານການທ່ອງທ່ຽວ, ເພື່ອໃຫ້ ການທ່ອງທ່ຽວ ຊຸມຊົນພັດທະນາ ຢ່າງໝັ້ນຄົງ, ນະຄອນ ດ່າໜັງ ຄວນຊຸກຍູ້ປະຊາຊົນ ເປີດ ໂຮມສະເຕ, ພັດທະນາ ສວນປ່າ, ຜະລິດສິນຄ້າ ທີ່ລະນຶກ, ພ້ອມທັງຊ່ວຍດ້ານທຶນຮອນ, ຂາອອກ ທີ່ໝັ້ນຄົງ ໃຫ້ສິນຄ້າຫັດຖະກຳ. ຍົກສູງວຽກງານ ການຄຸ້ມຄອງ ແລະ ການໃຫ້ບໍລິການນັກທ່ອງທ່ຽວ, ການລົງທຶນ ໃສ່ພື້ນຖານໂຄງລ່າງ ຊົນນະບົດ ກໍແມ່ນບັນດາປັດໄຈ ສຳຄັນ ເພື່ອ ເຊື່ອມຕໍ່ທົວທ່ອງທ່ຽວ ແລະ ເສັ້ນທາງການທ່ອງທ່ຽວ ຢ່າງມີປະສິດທິຜົນ.
- ບົດ ແລະ ພາບໂດຍ: ແທງຮ່ວາ - ແປໂດຍ: ບິກລຽນ