ຂ່າວສານ

ດ່າຫນັງອະນຸຍາດໃຫ້ນັກຮຽນພັກຮຽນ,ຢຸດຕິບັນດາເຫດການໃຫຍ່ແລະການເຄື່ອນໄຫວຕ້ອນຮັບນັກທ່ອງທ່ຽວໃນເວລາ 14 ວັນ

ວັນທີ 26 ກໍລະກົດ, ຄະນະກຳມະການປະຊາຊົນນະຄອນ ດ່າຫນັງ ໄດ້ອອກແຈ້ງການດ່ວນ ຜັນຂະຫຍາຍບັນດາມາດຕະການປ້ອງກັນ ສະກັດກັ້ນ ໂຄວິດ 19. 
 
(ພາບປະຫອບ / 
vietnamjourney.vn)

ຕາມນັ້ນແລ້ວ ໃນທົ່ວບໍລິເວນ ນະຄອນ ຢຸດຕິຊົ່ວຄາວການຈັດຕັ້ງບັນດາເຫດການໃຫຍ່, ຢຸດຕິການເຄື່ອນໄຫວຕ້ອນຮັບນັກທ່ອງທ່ຽວມາທ່ຽວ ນະຄອນ ດ່າຫນັງໃນເວລາ 14 ວັນ. ພະແນກສຶກສາ ແລະ ບຳລຸງສ້າງ ນະຄອນດ່າຫນັງ ປະກາດໃຊ້ບັນດາເອກະສານອະນຸຍາດໃຫ້ນັກຮຽນບັນດາໂຮງຮຽນຕ່າງໆໃນໂຮງຮຽນ ພັກຮຽນ.
 (ແຫຼ່ງຄັດຈາກ VOV)

top