ຂ່າວສານ

ດ່າລາດ ແລະ ໂຮ້ຍອານ ມີຊື່ໃນເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO

ດ່າລາດ ແມ່ນນະຄອນປະດິດຄິດສ້າງໃນຂົງເຂດດົນຕີ ແລະ ໂຮ້ຍອານ ແມ່ນນະຄອນປະດິດຄິດສ້າງໃນຂົງເຂດຫັດຖະກຳ ແລະ ສີລະປະພື້ນເມືອງ.
(ໂຮ້ຍອານ ຂອງ ຫວຽດນາມ ໄດ້ຮັບການເຊີດຊູແມ່ນນະຄອນປະດິດຄິດສ້າງ)

ດ່າລາດ ແລະ ໂຮ້ຍອານ ຂອງ ຫວຽດນາມ ໄດ້ຮັບການເຊີດຊູແມ່ນນະຄອນປະດິດຄິດສ້າງ, ເຂົ້າຮ່ວມເຄືອຂ່າຍນະຄອນປະດິດຄິດສ້າງທົ່ວໂລກ. ໃນນັ້ນ, ດ່າລາດ ແມ່ນນະຄອນປະດິດຄິດສ້າງໃນຂົງເຂດດົນຕີ ແລະ ໂຮ້ຍອານ ແມ່ນນະຄອນປະດິດຄິດສ້າງໃນຂົງເຂດຫັດຖະກຳ ແລະ ສີລະປະພື້ນເມືອງ. ນີ້ແມ່ນຂໍ້ມູນຂ່າວເຊິ່ງທ່ານຜູ້ອຳນວຍການໃຫຍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO), Audrey Azoulay, ປະກາດໃນວັນທີ 31 ຕຸລາ, ເນື່ອງໃນໂອກາດວັນນະຄອນໂລກ. ນອກຈາກ 2 ນະຄອນຂອງ ຫວຽດນາມ ແລ້ວ, ຍັງມີ 53 ນະຄອນອື່ນຂອງຫຼາຍປະເທດໄດ້ຮັບການສະເໜີເຂົ້າຮ່ວມເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO (UCCN).   

ສະນັ້ນ, ໄລ່ມາຮອດປະຈຸບັນ, ຫວຽດນາມ ມີ 3 ນະຄອນປະດິດຄິດສ້າງ, ລວມມີ: ຮ່າໂນ້ຍ, ດ່າລາດ, ໂຮ້ຍອານ.    

ຕອນເຊົ້າວັນທີ 01 ພະຈິກ, ປະຊາຊົນ, ວິສາຫະກິດ ແລະ ບັນດານັກສິລະປິນນະຄອນ ໂຮ້ຍອານ, ແຂວງ ກວາງນາມ, ໄດ້ເຂົ້າຮ່ວມການເດີນຂະບວນຢູ່ເຂດຖະໜົນຂ່ຳນັບຮັບຕ້ອນເຫດການດັ່ງກ່າວ. ເຂົ້າຮ່ວມການເດີນຂະບວນ, ນັກສິລະປິນ ຮີ່ງເຊືອງ, ຢູ່ຕາແສງ ເກິມກິມ, ນະຄອນ ໂຮ້ຍອານ, ແບ່ງປັນວ່າ:  

“ນີ້ເປັນກຽດຢ່າງຍິ່ງ ບໍ່ສະເພາະບັນດານັກສິລະປິນເທົ່ານັ້ນ, ຫາກຍັງຂອງນະຄອນ ໂຮ້ຍອານ ອີກດ້ວຍ. ຂ້າພະເຈົ້າເອງ ແລະ ນັກສິລະປິນຫຼາຍຄົນລ້ວນແຕ່ມີຄວາມຄິດວ່າ ເລື່ອງນະຄອນ ໂຮ້ຍອານ ໄດ້ເຂົ້າເປັນສະມາຊິກເຄືອຂ່າຍບັນດານະຄອນປະດິດຄິດສ້າງທົ່ວໂລກຂອງ UNESCO ຢ່າງເປັນທາງການນັ້ນ ແມ່ນສິ່ງທ້າທາຍໃຫຍ່ຫຼວງ, ຮຽກຮ້ອງໃຫ້ບັນດານັກສິລະປິນຕ້ອງມີຄວາມສຸດຈິດສຸດໃຈ, ມີຫົວຄິດປະດິດສ້າງຫຼາຍກວ່າ ເພື່ອຕອບສະໜອງຄວາມຮຽກຮ້ອງ, ເປົ້າໝາຍເຊິ່ງ UNESCO ໄດ້ວາງອອກ”.


top