ວິຖີຊີວິດ ຂອງ ຄົນ ຫວຽດ

ດ່ານັ້ງ ແບ່ງປັນບົດຮຽນເຄື່ອນໄຫວຮູບແບບ “ປະຕູດຽວ” ກັບນະຄອນຫຼວງວຽງຈັນ

ຕອນເຊົ້າວັນທີ 26 ມັງກອນ, ທ່ານ ໂຮ່ກວາງບຶວ ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັ້ງ ໄດ້ເປັນປະທານການຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານ ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ທະນົງໄຊ ຄຸດໄພທູນ ກໍາມະການສໍາຮອງສູນກາງພັກ, ຫົວໜ້າຫ້ອງການສົ່ງເສີມການລົງທຶນ ແລະຄຸ້ມຄອງເສດຖະກິດ ນະຄອນຫຼວງວຽງຈັນ.

 

ທ່ານ ໂຮ່ກວາງບຶວ ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັ້ງ (ເບື້ອງຂວາ) ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ ທະນົງໄຊ ຄຸດໄພທູນ ທີ່ການເຮັດວຽກ. ພາບ: ຈ້ອງຮຸຍ.

ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນປະສົບການໃນວຽກງານການຈັດຕັ້ງ ແລະເຄື່ອນໄຫວຂອງສູນຮັບໃຊ້ການບໍລິຫານສາທາລະນະແກ້ໄຂລະບຽບການບໍລິຫານຜ່ານກົນໄກ “ປະຕູດຽວ”. ແຈ້ງໃຫ້ຊາບທີ່ການຕ້ອນຮັບ, ທ່ານ ໂຮ່ກວາງບຶວ ໃຫ້ຮູ້ວ່າ ແຕ່ວັນທີ 1 ກໍລະກົດ 2025, ນະຄອນດ່ານັ້ງ ແລະແຂວງກວ໋າງນາມ ໄດ້ໂຮມເຂົ້າກັນເປັນນະຄອນດ່ານັ້ງໃໝ່ ເຊິ່ງໄດ້ເປີດພື້ນທີ່ພັດທະນາໃໝ່ດ້ວຍທ່າໄດ້ປຽບຫຼາຍຢ່າງ. ພິເສດ, ພ້ອມກັບບັນດາກົນໄກ, ນະໂຍບາຍພິເສດ ທີ່ສູນກາງ ໄດ້ປະກາດໃຊ້ຈະສ້າງແຮງຂັບເຄື່ອນອັນສໍາຄັນໃຫ້ແກ່ນະຄອນພັດທະນາໃນໄລຍະໃໝ່.

ຄະນະປະຕິບັດງານ ນະຄອນຫຼວງວຽງຈັນ ຢ້ຽມຊົມສູນຮັບໃຊ້ການບໍລິຫານສາທາລະນະ ນະຄອນດ່ານັ້ງ. ພາບ: ຈ້ອງຮຸຍ.

ນໍາສະເໜີກ່ຽວກັບຮູບແບບສູນຮັບໃຊ້ການບໍລິຫານສາທາລະນະນະຄອນ, ທ່ານ ເລຕື້ຢາແທ້ງ ຮອງຫົວໜ້າຫ້ອງວ່າການຄະນະກໍາມະການປະຊາຊົນ, ຫົວໜ້າສູນຮັບໃຊ້ການບໍລິຫານສາທາລະນະ ນະຄອນດ່ານັ້ງ ໃຫ້ຮູ້ວ່າ ທົ່ວນະຄອນ ມີ 1 ສູນຮັບໃຊ້ການບໍລິຫານສາທາລະນະນະຄອນ ຂຶ້ນກັບຫ້ອງວ່າການຄະນະກໍາມະການປະຊາຊົນ ແລະ 93 ສູນຮັບໃຊ້ການບໍລິຫານສາທາລະນະ ຂຶ້ນກັບຄະນະກໍາມະການປະຊາຊົນບັນດາຕາແສງ.

ຄະນະປະຕິບັດງານ ນະຄອນຫຼວງວຽງຈັນ ຢ້ຽມຊົມສູນຕິດຕາມ ແລະບໍລິຫານອັດສະລິຍະ ດ່ານັ້ງ (IOC). ພາບ: ຈ້ອງຮຸຍ.

ທີ່ການເຮັດວຽກ, ຜູ້ຕາງໜ້າສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນຢ່າງລະອຽດກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວຂອງຮູບແບບສູນຮັບໃຊ້ການບໍລິຫານສາທາລະນະ ຂອງນະຄອນ. ກ່ອນໜ້ານັ້ນ, ຄະນະປະຕິບັດງານນະຄອນຫຼວງວຽງຈັນ ໄດ້ລົງຢ້ຽມຊົມທີ່ສູນຮັບໃຊ້ການບໍລິຫານສາທາລະນະ ນະຄອນ ແລະສູນຕິດຕາມ ແລະບໍລິຫານອັດສະລິຍະ ດ່ານັ້ງ (IOC).


top