ຫວຽດນາມ ຫາກໍ່ສ້າງຕັ້ງການກຳນົດລະບອບນິຕິກຳດ້ານການເງິນໃໝ່ ໃນເດືອນ ກຸມພາ 2026.
ແຕ່ວັນທີ 23 – 27 ມີນາ, ທີ່ນະຄອນ Melbourne, ອົດສະຕາລີ, ກອງທຶນລົງທຶນ Vintage Point ພ້ອມກັບສະມາຊິກຂອງສູນການເງິນສາກົນ ຫວຽດນາມ ແລະ ວິສາຫະກິດ ຫວຽດນາມ ຈຳນວນໜຶ່ງ ໄດ້ພົບປະກັບນັກລົງທຶນຢູ່ ອົດສະຕາລີ ເພື່ອແນະນຳກ່ຽວກັບບັນດາໂອກາດຮ່ວມມືໃໝ່ຢູ່ ຫວຽດນາມ ຜ່ານສູນການເງິນສາກົນ, ຫວຽດນາມ ຫາກໍ່ສ້າງຕັ້ງການກຳນົດລະບອບນິຕິກຳດ້ານການເງິນໃໝ່ ໃນເດືອນ ກຸມພາ 2026.
ທ່ານ Colin Mullins, ຜູ້ອຳນວຍການໃຫຍ່ກອງທຶນ Vintage Point ມີສຳນັກງານຕັ້ງຢູ່ ສິງກະໂປ ຢຶນຢັນວ່າ:
“ຂ້າພະເຈົ້າຖືວ່າ ໃນແງ່ມູມການເງິນ, ນີ້ແມ່ນຈຸດເວລາພິເສດຂອງ ຫວຽດນາມ. ອົດສະຕາລີ ມີທ່າໄດ້ປຽບເມື່ອສາມາດລົງທຶນເຂົ້າຂົງເຂດພື້ນຖານໂຄງລ່າງ, ເຊິ່ງແມ່ນຂົງເຂດທີ່ ຫວຽດນາມ ມີຄວາມຕ້ອງການສູງ, ສະນັ້ນ, ເລື່ອງ ຫວຽດນາມ ສ້າງບັນດາສູນການເງິນສາກົນ ຈະເປີດໂອກາດເພື່ອໃຫ້ບັນດານັກລົງທຶນ ອົດສະຕາລີ ສາມາດນຳໃຊ້ແຫຼ່ງທຶນຂອງຕົນຢູ່ ຫວຽດນາມ”.