ນັກສິລະປິນຖ່າຍຮູບ ເຈິ່ນກາວບ່າວລອງ ພ້ອມກັບ ໝູ່ເພື່ອນ ໄດ້ ເຂົ້າຮ່ວມງານວາງສະແດງພາບຖ່າຍເພື່ອການກຸສົນເຊັ່ນ: “ແສງສະຫວ່າງຈາກໃຈ”, “ຫວຽດນາມ-ພູຜາປ່າດົງ ແລະ ທະ ເລ”... ເພື່ອເປັນການປະກອບສ່ວນ ກໍ່ສ້າງໂຮງຮຽນ ຢູ່ແຂວງ ຮ່າຢາງ ຫຼື ຊ່ວຍຄົນເຈັບ ເດັກນ້ອຍ ທ່ີທຸກຍາກ. ເປັນເວລາ ກວ່າ 30 ປີ ຈັບກ້ອງຖ່າຍຮູບ, ນັກສິລະປິນ ຖ່າຍຮູບ ເຈິ່ນກາວບ່າວ ລອງ ໄດ້ປະສົບຜົນງານຫຼາຍຢ່າງ ທີ່ແນ່ນອນ ກ່ຽວກັບສິລະປະ ຖ່າຍຮູບ ດ້ວຍລາງວັນກວ່າ 100 ຫຼຽນກາ ແລະ ລາງວັນ ພາບຖ່າຍ ສິລະປະ ຢູ່ພາຍໃນ ແລະ ຕ່າງປະເທດ. |