ທ່ອງທ່ຽວ

ດອກບານ ບານສະພັ່ງ ອວດສີສັນ ຢູ່ຕາມບັນດາເສັ້ນທາງ ພູເຂົາຢູ່ ດ້ຽນບຽນ

ເດືອນມີນາ, ຊຶ່ງເປັນຊ່ວງເວລາ ທ່ີດິນຟ້າອາກາດ ຢູ່ເຂດພາກຕາເວັນຕົກສ່ຽງ ເໜືອ ເຂົ້າສູ່ໄລຍະ ທີ່ສວຍງາມທີ່ສຸດແຫ່ງປີ, ດອກບານ ໄດ້ພ້ອມກັນບານສະ ພັ່ງ, ປົກຄຸມໄປດ້ວຍສີຂາວ ຢູ່ຕາມເນີນພູ ແລະ ຕາມບັນດາເສັ້ນທາງຢູ່ ດ້ຽນບຽນ, ສ້າງເປັນຄວາມສວຍງາມ ທີ່ບໍລິສຸດ ແລະ ອ່ອນໂຍນ.
ຢູ່ຕາມບັນດາເສັ້ນທາງ ທີ່ສູງຊັນ ແລະ ອັນຕະລາຍ ເຊັ່ນ: ກີ່ວ ຟາດິນ ແລະ ຕັ່ງກວ໋າຍ, ດອກບານແຂ່ງຂັນກັນບານສະພັ່ງ ປະສານ ກັບ ສີຂຽວ ຂອງ ປ່າ ໄມ້, ສີແດງ ຂອງ ດອກງີ້ວ ແລະ ບັນດາຫຼັງເຮືອນ ຢູ່ເຂດພູສູງ, ສ້າງເປັນພາບລະດູບານໃໝ່ ທີ່ເປັນເອກະລັກ ຂອງ ເຂດດິນແດນພາກຕາເວັນຕົກສ່ຽງເໜືອ.
ດອກບານສີຂາວ ອົມຊົມພູ ບານສະພັ່ງ ຢ່າງສວຍງາມຕາມເນີນພູ ຢູ່ ດ້ຽນບຽນ.  ພາບ: ຊວນຕື - VNA
ດອກບານ ແຂ່ງຂັນກັນບານສະພັ່ງ ຢູ່ ລຽບຕາມເສັ້ນທາງທີ່ຄົດຄ້ຽວ ຢູ່ ກີ່ວ ຕັງກວ໋າຍ. ພາບ: ຊວນຕື - VNA
ດອກບານ ບານສະພັ່ງ ຢ່າງໜາແໜ້ນ ລຽບຕາມເສັ້ນທາງ ທີ່ຄົດລະອິດລະອ້ຽວ ຢູ່ ກີ່ວ ຟາດິນ. ພາບ: ຊວນຕື - VNA
ດອກບານ ບານສະພັ່ງ ຢູ່ຕາມເສ້ັນທາງ ກີ່ວ ຟາດິນ, ສ້າງຄວາມສວຍງາມທີ່ອ່ອນໂຍນ ທ່າມກາງປ່າໄມ້ເຂດພາກຕາເວັນຕົກສ່ຽງເໜືອ. ພາບ: ຊວນຕື - VNA
ດອກບານແຂ່່ງຂັນກັນບານ ຢູ່ ກີ່ວ ຟາດິນ. ພາບ: ຊວນຕື - VNA
ຕາມເສັ້ນທາງທີ່ຄົດລ້ຽວ ຢູ່ກີ່ວ ຕັ່ງກວ໋າຍ ມີສະເໜ່ສວຍງາມຍິ່ງຂຶ້ນ ທ່າມກາງສີຂາວ ຂອງ ດອກບານ. ພາບ: ຊວນຕື - VNA
ດອກບານ ບານສະພັ່ງ ຢູ່ຕາມບ້ານເຮືອນ ຂອງ ຊາວເຜົ່າມົ້ງ ຢູ່ເທິງຍອດກີ່ວ ຟາດິນ. ພາບ: ຊວນຕື - VNA

ຄວາມສວຍງາມ ຂອງ ດອກບານ ເຮັດໃຫ້ບັນດາເສັ້ນທາງ ທີ່ຄົດຄ້ຽວ ແລະ ອັນຕະລາຍ ກາຍເປັນໜ້າຮັກ ແລະ ໂຣແມນຕິກ ຍິ່ງຂຶ້ນ.


top