ຂ່າວສານ

ຍ້ອງ​ຍໍ​ສັນ​ລະ​ເສີນ​ກຳ​ມະ​ກອນ​ຫວຽດ​ນາມ​ດີ​ເດັ່ນ 10 ຄົນ​ໃນ​ທົ່ວ​ປະ​ເທດ ປີ 2026

ຕອນ​ຄ່ຳ​ວັນ​ທີ 24 ຕຸ​ລາ ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ຍ້ອງ​ຍໍ​ສັນ​ລະ​ເສີນ ກຳ​ມະ​ກອນ ຫວຽດ​ນາມ​ດີ​ເດັ່ນ ທົ່ວ​ປະ​ເທດ​ປີ 2026.
ທ່ານ ໂດ​ວັນ​ຈຽນ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ພ້ອມ​ກັບ​ການ​ນຳ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ໃນພິທີ ຍ້ອງ​ຍໍ​ສັນ​ລະ​ເສີນ​ກຳ​ມະ​ການ​ດີ​ເດັ່ນ. (ພາບ: VNA)

ກຳ​ມະ​ກອນ​ດີ​ເດັ່ນ 10 ຄົນ​ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ສະ​ເສີນ​ບໍ່​ພຽງ​ແຕ່​ມີ​ລະດັບວິ​ຊາ​ສະ​ເພາະ, ສີ​ມື​ແຮງ​ງານ​ທີ່​ໝັ້ນ​ແກ່ນເທົ່ານັ້ນ ຫາກ​ຍັງ​ຍາມ​ໃດ​ກໍ່​ມີ​ຄວາມ​ເປັນ​ເຈົ້າ​ການ​ຊອກ​ຮູ້, ຍົກ​ອອກຫຼາຍ​ຂໍ້​ລິ​ເລີ່ມ, ດັດ​ປັບ​ເຕັກ​ນິກ​ທີ່ມີຄຸນ​ຄ່າ, ປະ​ກອບ​ສ່ວນ​ຫັນ​ວິ​ວັດ​ການ​ເຮັດ​ວຽກ​ໃຫ້​ດີ​ທີ່​ສຸດ, ຍົກ​ສູງ​ສະ​ມັດ​ຕະ​ພາບ​ໃນ​ການ​ອອກ​ແຮງ​ງານ ແລະ ຫາ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ການມີ​ໜ້າ​ຂອງ​ບັນ​ດາ​ກຳ​ມະ​ກອນມ​າ​ຈາກ​ຫຼາຍ​ຂະ​ແໜງ​ການ​ອາ​ຊີບ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ນະ​ວັດ​ຕະ​ກຳ ບໍ່ຖືກຈຳກັດໃນ​ຂົງ​ເຂດ ຫຼື​ຕຳ​ແໜ່ງວຽກ​ງານ ​ໃດໜຶ່ງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຍ້ອງ​ຍໍ​ສັນ​ສະ​ເສີນ, ທ່ານ ໂດ​ວັນ​ຈຽນ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ, ສົ່ງ​ເສີມ​ສະ​ມາ​ຊິກ, ກຳ​ມະ​ກອນ, ຜູ້​ອອກ​ແຮງ​ງານ​ປະ​ຕິ​ບັດ 4 ໜ້າ​ທີ່​ຈຸດ​ສຸມ​ເປັນ​ຢ່າງ​ດີ.

ທີ​ໜຶ່ງ, ສະ​ມາ​ຊິກກຳມະບານ, ກຳ​ມະ​ກອນ, ຜູ້​ອອກ​ແຮງ​ງານ​ແຕ່​ລະ​ຄົນ​ຕ້ອງ​ຕອ​ບ​ສະ​ໜອງ​ຢ່າງ​ແຮງ​ຂະ​ບວນ​ກາ​ແຂ່ງ​ຂັນ​ຮ່ຳ​ຮຽນ​ຕະຫຼອດ​ຊີ​ວິດ, ຍົກ​ສູງ​ທັກ​ສະ​ດີ​ຈີ​ຕອນ, ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ, ຫັນ​ປ່ຽນ​ຈາກ​ການ​ອອກ​ແຮງ​ງານ​ແບບ​ງ່າຍ​ດາຍ​ໄປ​ສູ່​ການ​ອອກ​ແຮງ​ງານ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ປະ​ຢັດ​ຄ່າ​ໃຊ້​ຈ່າຍ, ປະ​ກອບ​ສ່ວນ​ສ້າງວິ​ສາ​ຫະ​ກິດ​ພັດ​ທະ​ນາ​ແບ​ຍືນ​ຍົງ. ທີ​ສອງ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງ​ກຳ​ມະ​ບານ ຫວຽດ​ນາມມຸ່ງ​ໄປ​ເຖິງ​ຮາກ​ຖານ​ຢ່າງ​ແຮງ ແລະ ແທ້ຈິງ. ທີ​ສາມ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ໂຄງ​ການ​ຍ້ອງ​ຍໍ​ສັນ​ສະ​ເສີນ ກຳ​ມະ​ກອນ ຫວຽດ​ນາມ ດີ​ເດັ່ນ​ຈະ​ປຸກ​ລຸກ​ຈິດ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຂອງ​ສະ​ມາ​ຊິກ, ກຳ​ມະ​ກອນ ແລະ ຜູ້​ອອກ​ແຮງ​ງານ​ທົ່ວ​ປະ​ເທດ. ທີ​ສີ່, ສະ​ຫະ​ພັນ​ໃຫຍ່ ແຮງ​ງານ ຫວຽດ​ນາມ ຕ້ອງ​ກຳ​ແໜ້ນ​ສະ​ພາບ​ການ, ໝາກ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ຂອງ​ລະ​ບົບ​ກຳ​ມະ​ບານ​ແຕ່​ຂັ້ນ​ສູນ​ກາ​ງ​ລົງ​ຮອດ​ທ້ອ​ງ​ຖິ່ນ, ຮາກ​ຖານ, ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ທີ່​ເກີດ​ຂຶ້ນ​ຢ່າງ​ທັນ​ການ, ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຂອງ​ກຳ​ມະ​ບານ​ຢ່າງ​ຕໍ່​ເນື່ອງ, ລຸ​ລ່ວງ, ຕິດ​ແທດ​ຮາກ​ຖານ, ສະ​ມາ​ຊິກກຳມະບານ, ກຳ​ມະ​ກອນ ແລະ ຜູ້​ອອກ​ແຮງ​ງານ.


top