ຂ່າວສານ

ຍົກ​ສູງ​ບົດ​ບາດ​ຂອງ ປະ​ຊາ​ຄົມ​ຝ​ລັ່ງ​ໂກ​ໂຟ​ນີ ໃນ​ການ​ຊຸກ​ຍູ້​ການ​ສົນ​ທະ​ນາ, ສາ​ມັກ​ຄີ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ

ບັນ​ດາ​ສຳ​ນັກ​ຝ​ລັ່ງ​ໂກ​ໂຟ​ນີ ແລະ ສະ​ມາ​ຊິກ​ຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມືໃນ​ການ​ປ້ອງ​ກັນສະ​ກັດ​ກັ້ນ ​ການ​ປະ​ທະ​ກັນ, ເປັນ​ກາງ​ໄກ່​ເກ່ຍ​ປອງດອງ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນໂດຍ​ສັນ​ຕິ​ວິ​ທີ ແລະ ສ້າງ​ສາ​ຄືນ​ໃໝ່​ພາຍຫຼັງ​ການ​ປະ​ທະ​ກັນ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ຢູ່ກອງ​ປະ​ຊຸມ​ໂຕ້​ມົນຄົບ​ຄະ​ນະ (ພາບ: VNA)

ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ ຝ​ລັ່ງ​ໂກ​ໂຟ​ນີ ຄັ້ງ​ທີ XX, ຕອນ​ເຊົ້າ​ວັນ​ທີ 16 ພະ​ຈິກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ຢູ່ກອງ​ປະ​ຊຸມ​ໂຕ້​ມົນຄົບ​ຄະ​ນະ, ເຊ​ີດ​ຊູ​ບົດ​ບາດ​ຂອງ​ປະ​ຊາ​ຄົມ​ຝ​ລັ່ງ​ໂກ​ໂຟ​ນີ ໃນ​ການ ​ຊຸກ​ຍູ້​ການ​​ສົນ​ທະ​ນາ, ສາ​ມັກ​ຄີ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ, ສ້າງ​ພື້ນ​ຖານ​ໃຫ້​ແກ່​ສັນ​ຕິ​ພາບ ແລະ ການ​ຮ່ວມ​ມື, ພັດ​ທ​ະ​ນາ​ແບບ​ຍືນ​ຍົງ.

ຕາ​ມ​ນັ້ນ​ແລ້ວ, ບັນ​ດາ​ສຳ​ນັກ​ຝ​ລັ່ງ​ໂກ​ໂຟ​ນີ ແລະ ສະ​ມາ​ຊິກ​ຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມືໃນ​ການ​ປ້ອງ​ກັນສະ​ກັດ​ກັ້ນ ​ການ​ປະ​ທະ​ກັນ, ເປັນ​ກາງ​ໄກ່​ເກ່ຍ​ປອງດອງ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນໂດຍ​ສັນ​ຕິ​ວິ​ທີ ແລະ ສ້າງ​ສາ​ຄືນ​ໃໝ່​ພາຍຫຼັງ​ການ​ປະ​ທະ​ກັນ. ບົນ​ຈິ​ດ​ໃຈ​ນັ້ນ, ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຂໍ້​ລິ​ເລີ່ມ​ຈັດຕັ້ງ​ເວ​ທີ​ປາ​ໄສ​ກ່ຽວ​ກັບ​ການ​ສ້າງ​ສັນ​ຕິ​ພາບ. ປະ​ຊາ​ຄົມ​ຝ​ລັ່ງ​ໂກ​ໂຟ​ນີ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງ​ທຶນໃຫ້​ມະ​ນຸດ ແລະ ພັດ​ທະ​ນາ​ກວມ​ລວມ ເພື່ອ​ສ້າງ​ພື້ນ​ຖານ​ຍາວ​ນານ​ໃຫ້​ສັນ​ຕິ​ພາບ; ໃນ​ນັ້ນ, ຕ້ອງ​ລົງ​ທຶນ​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ, ໜູນ​ຊ່ວຍ​ຊາວ​ໜຸ່ມ Startup, ເພີ່ມທະ​ວີ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ; ຊຸກ​ຍູ້​ການ​ຫັນ​ເປັນ​ສີ​ຂຽວ, ເສດ​ຖະ​ກິດ​ມະ​ຫາ​ສະ​ໝຸດ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ການ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ເກາະ​ໜ້ອຍ.

ແລະ​ກໍ​ໃນ​ຕອນ​ສວຍ​ວັນ​ທີ 16 ພະ​ຈິກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ພະ​ນົມ​ເປັນ, ກຳ​ປູ​ເຈຍ ສິ້ນ​ສຸດ​ບັນ​ດາ​ກິດ​ຈະ​ກຳ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ​ຝ​ລັ່ງ​ໂກ​ໂຟ​ນີ​ຄັ້ງ​ທີ XX, ແຕ່​ວັນ​ທີ 14 – 16 ພະ​ຈິກ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ກະ​ສັດ ກຳ​ປູ​ເຈຍ. Norodom Sihamoni.


top