ຂ່າວສານ

ຍົກ​ສູງ​ຄວາມ​ສາ​ມາດ​ເຄື່ອນ​ໄຫວ​ຂອງ​ກຳ​ລັງ​ປ້ອງກັນຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ແຫ່ງ​ຊາດ

ເປົ້າໝາຍຮອດປີ 2030, ຫວຽດນາມ ນອນໃນກຸ່ມ 15 ປະເທດນຳໜ້າໂລກຕາມດັດຊະນີຄວາມປອດໄພທາງໄຊເບີທົ່ວໂລກ (ITU-GCI); ສ້າງ ແລະ ພັດທະນາສູນບຳລຸງສ້າງພາກພື້ນກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດ ແລະ ຄວາມປອດໄພທາງໄຊເບີຢູ່ ຫວຽດນາມ
  (ພາບປະກອບ)  

ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫາກໍ່ລົງນາມຂໍ້ຕົກລົງໃຫ້ສັດຕະຍາບັນແຜນຮ່າງ “ຍົກສູງຄວາມສາມາດເຄື່ອນໄຫວຂອງກຳລັງປ້ອງກັນຄວາມປອດໄພທາງໄຊເບີແຫ່ງຊາດ”. ເປົ້າໝາຍຂອງແຜນຮ່າງແມ່ນຍົກສູງຄວາມສາມາດສັງລວມ, ສ້າງກຳລັງປ້ອງກັນຄວາມປອດໄພທາງໄຊເບີໃຫ້ເປັນກຳລັງຍອດຍ້ຽມ, ທັນສະໄໝ ເພື່ອເປັນເຈົ້າການປ້ອງກັນ, ຕ້ານ, ກຽມພ້ອມຮັບມື ກັບທຸກຄວາມສ່ຽງ, ສິ່ງທ້າທາຍທາງອິນເຕີເນັດຢ່າງມີປະສິດທິຜົນ, ປ້ອງກັນຄວາມໝັ້ນຄົງແຫ່ງຊາດ , ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງອົງການ, ສ່ວນບຸກຄົນທາງອິນເຕີເນັດໄວ້ຢ່າງໝັ້ນຄົງ.

ເປົ້າໝາຍຮອດປີ 2030, ຫວຽດນາມ ນອນໃນກຸ່ມ 15 ປະເທດນຳໜ້າໂລກຕາມດັດຊະນີຄວາມປອດໄພທາງໄຊເບີທົ່ວໂລກ (ITU-GCI); ສ້າງ ແລະ ພັດທະນາສູນບຳລຸງສ້າງພາກພື້ນກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດ ແລະ ຄວາມປອດໄພທາງໄຊເບີຢູ່ ຫວຽດນາມ ເພື່ອຍົກສູງຖານະບົດບາດ ແລະ ຄວາມສາມາດການນຳພາໃນພາກພື້ນ. ຮອດປີ 2045, ຫວຽດນາມ ນອນຈະຢູ່ໃນກຸ່ມບັນດາປະເທດນຳໜ້າໃນພາກພື້ນ ອາຊີ - ປາຊີຟິກກ່ຽວກັບຄວາມປອດໄພທາງໄຊເບີ.


top