ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີເລມິງຮຶງ ແລະ ທ່ານນາຍົກລັດຖະມົນຕີ Robert Fico ໄດ້ເປັນສັກຂີພິຍານພິທີມອບຮັບເອກະສານຮ່ວມມືລະຫວ່າງສອງປະເທດ, ພົບປະກັບສື່ມວນຊົນ ແຈ້ງໝາກຜົນຂອງການເຈລະຈາ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ກ່າວຄຳເຫັນທີ່ການຖະແຫຼງຂ່າວ (ພາບ: VGP)
ຕອນເຊົ້າວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສ.ສະໂລວາກີ Robert Fico ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 12 ເມສາ - 14 ເມສາ 2026. ເມື່ອການນຳສອງທ່ານກ້າວຂຶ້ນເວທີກຽດຕິຍົດ, ໃຕ້ທຸງຊາດຂອງສອງປະເທດ, ເພງຊາດຂອງ ສະໂລວາກີ ແລະ ຫວຽດນາມ ໄດ້ດັງຂຶ້ນ. ນາຍົກລັດຖະມົນຕີ ສອງທ່ານ ແນະນຳບັນດາສະມາຊິກຄະນະຜູ້ແທນຂັ້ນສູງ ສອງປະເທດເຂົ້າຮ່ວມພິທີຕ້ອນຮັບ ແລະ ເປັນສັກຂີພິຍານພິທີສະແດງກຳລັງຂ່ຳນັບຮັບຕ້ອນຂອງກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານນາຍົກລັດຖະມົນຕີ Robert Fico ເປັນປະທານຮ່ວມການຖະແຫຼງຂ່າວ (ພາບ: VGP)
ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີ ສອງທ່ານໄດ້ດຳເນີນການເຈລະຈາ ແລະ ເປັນສັກຂີພິຍານພິທີລົງນາມ, ມອບບັນດາເອກະສານຮ່ວມມືລະຫວ່າງ ຫວຽດນາມ - ສະໂລວາກີ. ກ່ອນດຳເນີນເຈລະຈາ, ນາຍົກລັດຖະມົນຕີ ທັງສອງທ່ານ ພ້ອມກັນໄປຢ້ຽມຊົມງານວາງສະແດງພາບຖ່າຍກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະ ການພົວພັນອັນດີງາມ ຫວຽດນາມ - ສະໂລວາກີ.
ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີເລມິງຮຶງ ແລະ ທ່ານນາຍົກລັດຖະມົນຕີ Robert Fico ໄດ້ເປັນສັກຂີພິຍານພິທີມອບຮັບເອກະສານຮ່ວມມືລະຫວ່າງສອງປະເທດ, ພົບປະກັບສື່ມວນຊົນ ແຈ້ງໝາກຜົນຂອງການເຈລະຈາ. ຢູ່ການພົບປະກັບສື່ມວນຊົນ, ນາຍົກລັດຖະມົນຕີສອງທ່ານໃຫ້ຮູ້ວ່າ ການເຈລະຈາໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງໃນຫຼາຍດ້ານ. ນາຍົກລັດຖະມົນຕີທັງສອງທ່ານ ໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ສະໂລວາກີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ຕາມນັ້ນແລ້ວ, ນາຍົກລັດຖະມົນຕີ ໄດ້ເຫັນດີເປັນເອກະພາບຊີ້ນຳກະຊວງການຕ່າງປະເທດສອງປະເທດ ຮີບດ່ວນສ້າງແຜນການກະທຳຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສະໂລວາກີ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ກ່ຽວກັບຄຸນນະພາບໃນການຮ່ວມມືສອງຝ່າຍ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງມາໃຫ້ປະຊາຊົນ ແລະ ວິສາຫະກິດສອງປະເທດ. ທ່ານເລມິງຮຶງ ເນັ້ນໜັ້ກວ່າ:
ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຫວຽດນາມ ຈະສືບຕໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກ ຊຸກຍູ້ເພື່ອນຳການພົວພັນ ກັບ ສະໂລວາກີ - ໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າຂອງ ຫວຽດນາມ ຢູ່ພາກພື້ນເອີລົບຕາເວັນອອກກາງ ນັບມື້ນັບເຂົ້າສູ່ລວງເລິກ, ແທ້ຈິງ ແລະ ມີປະສິດທິຜົນ. ບົນຈິດໃຈນັ້ນ, ຢູ່ການເຈລະຈາມື້ນີ, ຂ້າພະເຈົ້າປາດຖະໜາຢາກພ້ອມກັບນາຍົກລັດຖະມົນຕີ ແລະ ສອງຝ່າຍແລກປ່ຽນກ່ຽວກັບສະພາບການໂລກ, ສະພາບການພາກພື້ນ ແລະ ບັນດາມາດຕະການຢ່າງເລິກເຊິ່ງ, ເປີດເຜີຍ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຢູ່າງແທ້ຈິງໃນການພົວພັນສອງປະເທດ, ເພື່ອຫັນ ການພົວພັນຄູ່ຮ່ວມມືຍຸດທະສາດເຊິ່ງພວກເຮົາຫາກໍ່ສ້າງຕັ້ງເປັນຈິງ ແລະ ເລິກເຊິ່ງກວ່າອີກ.