ການໂຮມ3 ໂຄງການເປົ້າໝາຍແຫ່ງຊາດ ໄດ້ຊ່ວຍສຸມແຫຼ່ງກຳລັງລົງທຶນ, ເໝາະສົມກັບຮູບແບບຈັດຕັ້ງອຳນາດການປົກຄອງສອງຂັ້ນ, ປະກອບສ່ວນຊຸກຍູ້ການສ້າງຊົນນະບົດໃໝ່ຕາມທິດທັນສະໄໝ, ແທ້ຈິງ, ຍືນຍົງ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ.
ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XV (ພາບ: ສະພາແຫ່ງຊາດ)
ຕອນເຊົ້າວັນທີ 5 ທັນວາ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XV, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບແຜນນະໂຍບາຍການລົງທຶນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງໃນປີ 2035.
ຢູ່ວາລະປຶກສາຫາລື, ບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດລ້ວນແຕ່ເຫັນດີເປັນເອກະພາບຕໍ່ໂຮມ 3 ໂຄງການເປົ້າໝາຍແຫ່ງຊາດກ່ອນນັ້ນ (ສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນຫນ້ອຍ ແລະ ເຂດພູສູງ) ກາຍເປັນ ໂຄງການສັງລວມໄລຍະ 2026 – 2035 ແມ່ນບາດກ້າວບຸກທະລຸທີ່ຈຳເປັນກ່ຽວກັບລະບອບລະບຽບການ. ສິ່ງນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກ, ລັດ ຫວຽດນາມ ໃນການສ້າງຊົນນະບົດໃໝ່ທີ່ທັນສະໄໝ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຫຼຸດລົງໄລຍະຫ່າງລະຫວ່າງເຂດ, ພາກ ກັບເປົ້າໝາຍໃຫຍ່ທີ່ສຸດແມ່ນຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ. ທ່ານຮ່ວາງກວັກແຄງ ສະມາຊິກສະພາແຫ່ງຊາດ ແຂວງລາຍເຈົາ ຢັ້ງຢືນວ່າ:
ການໂຮມ3 ໂຄງການເປົ້າໝາຍແຫ່ງຊາດ ໄດ້ຊ່ວຍສຸມແຫຼ່ງກຳລັງລົງທຶນ, ເໝາະສົມກັບຮູບແບບຈັດຕັ້ງອຳນາດການປົກຄອງສອງຂັ້ນ, ປະກອບສ່ວນຊຸກຍູ້ການສ້າງຊົນນະບົດໃໝ່ຕາມທິດທັນສະໄໝ, ແທ້ຈິງ, ຍືນຍົງ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ສຳລັບບັນດາແຂວງເຂດພູສູງ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ໂຄງການເປົ້າໝາຍແຫ່ງຊາດມີຄວາມໝາຍສຳຄັນທີ່ສຸດ, ແມ່ນແຫຼ່ງກຳລັງທີ່ມີລັກສະນະນຳໜ້າ, ຊ່ວຍພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັດແຄບໄລຍະຫ່າງໃນການພັດທະນາເມື່ອທຽບໃສ່ກັບບັນດາເຂດທີ່ມີເງື່ອນໄຂສະດວກ, ປະກອບສ່ວນຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.