ໃນຂອບເຂດການເດີນທາງໄປຢ້ຽມຢາມທາງລັດຖະກິດ ການາດາ, ວັນທີ 24 ກັນຍາ, ຢູ່ນະຄອນຫຼວງ Ottawa, ທ່ານ ໂຕເລມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ໂອ້ລົມເຈລະຈາກັບທ່ານ Mark Carney ນາຍົກລັດຖະມົນຕີ ການາດາ.
ທ່ານ ໂຕເລມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຈລະຈາກັບທ່ານ Mark Carney ນາຍົກລັດຖະມົນຕີ ການາດາ (ພາບ: VNA)
ທ່ານ Mark Carney ນາຍົກລັດຖະມົນຕີ ການາດາ ຕີລາຄາສູງບັນດາຜົນສຳເລັດໃນການພັດທະນາເສດຖະກິດສັງຄົມ, ຖານະບົດບາດທີ່ນັບມື້ນັບສູງ ແລະ ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ຕໍ່ກັບປະຊາຄົມສາກົນ, ຢັ້ງຢືນ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ການາດາ ໃນການຊຸກຍູ້ການພົວພັນກັບ ອາຊຽນ ແລະ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ຫວຽດນາມ ຖື ການາດາ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ພ້ອມກັນແບ່ງປັນຜົນປະໂຫຍດ ແລະ ວິໄສທັດຍຸດທະສາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນສອງປະເທດຄວນສຸມເຂົ້າບັນດາບຸລິມະສິດໃໝ່ໃນການພົວພັນສອງປະເທດ, ໃນນັ້ນ ນຳວິທະຍາສາດ - ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ປັນຍາປະດິດ ແລະ ບັນດາເຕັກໂນໂລຢີທີ່ກ້າວໜ້າກາຍເປັນບັນດາກຳລັງໜູນໃໝ່; ສະເໜີເພີ່ມທະວີການຮ່ວມມືຄົ້ນຄ້ວາ, ພັດທະນາ ແລະ ໝູນໃຊ້ເຕັກໂນໂລຢີໃໝ່, ແບ່ງປັນບົດຮຽນປະສົບການກ່ຽວກັບການຫັນເປັນດີຈີຕອນ, ສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.
ການນຳສອງທ່ານໄດ້ເຫັນດີເປັນເອກະພາບຖືວ່າ ການພົວພັນ ຫວຽດນາມ - ການາດາ ໄດ້ເຕົ້າໂຮມບັນດາເງື່ອນໄຂຢ່າງຄົບຖ້ວນເພື່ອກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດ້ວຍລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ສູງກວ່າ, ການຮ່ວມມືເລິກເຊິ່ງກວ້າງຂວາງກວ່າ, ແທ້ຈິງກວ່າ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດທີ່ແໜ້ນແຟ້ນກວ່າ, ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ແລະ ສ້າງໂຄງການດຳເນີນງານ ແລະ ແຜນການກະທຳລະອຽດໂດຍໄວ ເພື່ອຜັນຂະຫຍາຍຂອບເຂດການພົວພັນໃໝ່ຢ່າງມີປະສິດທິຜົນ.
ແລະກໍ່ໃນວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ ການາດາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ໃຫ້ການຕ້ອນຮັບກຸ່ມສະມາຊິກລັດຖະສະພາ ການາດາ - ຫວຽດນາມ.