ຕອນເຊົ້າວັນທີ 05 ທັນວາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນກອງປະຊຸມສຳມະນາຂະແໜງຕ່ຳແຜ່ນຕັດຫຍິບ - ເກີບໜັງ - ເຄື່ອງເຟີນີເຈີ - ເຄື່ອງດື່ມ ຫວຽດນາມ ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍຈາກສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP).
ຍົກສູງອັດຕາຜະລິດຕະພັນ ຫວຽດນາມ ຢູ່ຕະຫລາດບັນດາປະເທດ CPTPP
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫວໍເຕິນແທ່ງ, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:
“ໄປຄຽງຄູ່ກັບກາລະໂອກາດ, ສິ່ງທ້າທາຍຂອງພວກເຮົາແມ່ນຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ ແລະ ຂອງແຕ່ລະວິສາຫະກິດຍັງຕ່ຳຢູ່, ດັ່ງນັ້ນ ການແກ່ງແຍ້ງກັບບັນດາວິສາຫະກິດຕ່າງປະເທດ ເມື່ອສົ່ງອອກ ແລະ ທັງໃນຕະຫລາດຂອງຕົນແມ່ນຫຍຸ້ງຍາກ. ”
(ແຫຼ່ງຄັດຈາກ VOV)