ຫວ່າງມໍ່ໆມານີ້, ຄະນະກວດກາເລກ 2 ຂອງພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໄດ້ສົມທົບກັບຄະນະຊີ້ນຳເມືອງ ແທກເທີດ ປະຕິບັດການຄຸ້ມຄອງຄຸນນະພາບອຸປະກອນກະສິກຳ ແລະ ຄວາມປອດໄພດ້ານສະບຽງອາຫານຂອງຜະລິດຕະພັນກະເສດ - ປ່າໄມ້ - ສິນໃນນຳ້ 6 ເດືອນຕົ້ນປີ 2022 ແລະ ບັນດາໜ້າທີ່ຕົ້ນຕໍ 6 ເດືອນສຸດທ້າຍຂອງປີ 2022.
ຫວ່າງມໍ່ໆມານີ້, ຄະນະກວດກາເລກ 2 ຂອງພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໄດ້ສົມທົບກັບຄະນະຊີ້ນຳເມືອງ ແທກເທີດ ປະຕິບັດການຄຸ້ມຄອງຄຸນນະພາບອຸປະກອນກະສິກຳ ແລະ ຄວາມປອດໄພດ້ານສະບຽງອາຫານຂອງຜະລິດຕະພັນກະເສດ - ປ່າໄມ້ - ສິນໃນນຳ້ 6 ເດືອນຕົ້ນປີ 2022 ແລະ ບັນດາໜ້າທີ່ຕົ້ນຕໍ 6 ເດືອນສຸດທ້າຍຂອງປີ 2022.
ປະຈຸບັນ, ຢູ່ເມືອງ ແທກເທີດ ມີສະຖານທີ່ຜະລິດ ແລະ ຄ້າຂາຍຜະລິດຕະພັນກະເສດ - ປ່າໄມ້ - ສິນໃນນຳ້ 29 ແຫ່ງ, ສະຖານທີ່ເຮັດທຸລະກິດ 448 ແຫ່ງ (ບ້ານ) ແລະ ຮ້ານຄ້າຂາຍອຸປະກອນກະສິກຳ 45 ຮ້ານ. ໃນ 6 ເດືອນຕົ້ນປີ 2022, ເມືອງ ແທກເທີດ ໄດ້ສົມທົບກັບສູນພັດທະນາກະສິກຳ ຮ່າໂນ້ຍ ຜັນຂະຫຍາຍໂຄງການຜະລິດເຂົ້າເປັນສິນຄ້າຄຸນນະພາບສູງຕາມມາດຖານ VietGAP ຢູ່ 02 ຕາແສງ ເຮືອງຫງາຍ ແລະ ແກງເນົ້າ ດ້ວຍເນື້ອທີ່ 60 ເຮັກຕາ, ຮູບແບບການປູກໝາກສົ້ມໂອຕາມມາດຕະຖານ VietGAP ຢູ່ຕາແສງ ອຽນບິ່ງ ດ້ວຍເນື້ອທີ່ 20 ເຮັກຕາ. ນອກນີ້, ເມືອງ ໄດ້ສົມທົບກັບກົມຜະລິດ ແລະ ປ້ອງກັນພືດນະຄອນ ຮ່າໂນ້ຍ ປະຕິບັດຄວາມກ້າວໜ້າທາງດ້ານວິຊາການໃນການຜະລິດຜັກ ເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານ ເຊັ່ນ: ປະຕິບັດຮູບແບບການຄຸ້ມຄອງສັດຕູພືດແບບເຊື່ອມໂຍງເຂົ້າກັນຢູ່ຕາແສງ ເຮືອງຫງາຍ, ຜັນຂະຫຍາຍການນຳໃຊ້ຝຸ່ນຊີວະພາບໃສ່ຜັກ...
ກ່ຽວກັບການລ້ຽງສັດ, ເມືອງໄດ້ສົມທົບກັບສູນສົ່ງເສີມກະສີກຳເມືອງ ຜັນຂະຫຍາຍຮູບແບບການລ້ຽງໄກ່ຂົນສີເປັນການຄ້າຕາມທິດ VieGAP ຕິດພັນກັບການບໍລິໂພກຜະລິດຕະພັນໃນຂອບເຂດ 10.000 ໂຕຢູ່ຕາແສງ ຮ້າບັ່ງ ແລະ ລ້າຍເຖື້ອງ. ຄຽງຄູ່ກັບການພັດທະນາການປູກຝັງ ແລະ ລ້ຽງສັດ, ເມືອງ ແທກເທີດ ສືບຕໍ່ຮັກສາລະບົບຕ່ອງໂສ້ສະຫຼອງສະບຽງອາຫານ, ຜະລິດຕະພັນກະເສດ - ປ່າໄມ້ - ສິນໃນນຳ້ ທີ່ປອດໄພ. ຜະລິດຕະພັນຂອງລະບົບຕ່ອງໂສ້ສະໜອງໄດ້ປະກອບສ່ວນຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜະລິດຕະພັນທີ່ປອດໄພສຳລັບເຮືອນຄົວລວມ, ສະຖານທີ່ບໍລິການອາຫານ ແລະ ຄວາມຕ້ອງການປະຈໍາວັນຂອງຜູ້ບໍລິໂພກໃນເມືອງ.
ທ່ານ ຫງວຽນດິງດາງ, ຮອງຫົວໜ້າກົມລ້ຽງສັດ ແລະ ສັດຕະວະແພດ, ຫົວໜ້າຄະນະກວດກາເລກ 2.
ຄະນະກວດກາເລກ 2 ຂອງພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໄດ້ຈັດກອງປະຊຸມຕີລາຄາການຄຸ້ມຄອງຄຸນນະພາບ, ວັດຖຸອຸປະກອນກະສິກຳ ແລະ ຄວາມປອດໄພດ້ານສະບຽງອາຫານຂອງຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ ໃນ 6 ເດືອນຕົ້ນປີ ຢູ່ເມືອງ ແທກເທີດ.
ຄະນະກວດກາເລກ 2 ຂອງພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໄດ້ຈັດກອງປະຊຸມຕີລາຄາການຄຸ້ມຄອງຄຸນນະພາບ, ວັດຖຸອຸປະກອນກະສິກຳ ແລະ ຄວາມປອດໄພດ້ານສະບຽງອາຫານຂອງຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ ໃນ 6 ເດືອນຕົ້ນປີ ຢູ່ເມືອງ ແທກເທີດ.
ໝາກຜົນຂອງການໂຄສະນາອົບຮົມຄວາມປອດໄພດ້ານສະບຽງອາຫານໄດ້ຮັບການຂະຫຍາຍພັນຢ່າງກວ້າງຂວາງຢູ່ເມືອງ, ໃນນັ້ນ ເມືອງໄດ້ຈັດຊຸດອົບຮົມຄວາມຮູ້ຄວາມປອດໄພອາຫານໃຫ້ປະຊາຊົນ 11.000 ກວ່າຄອບຄົວ ເຊິ່ງແມ່ນຄອບຄົວຜະລິດ, ປຸງແຕ່ງ, ຄ້າຂາຍຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ ແລະ ຜູ້ບໍລິໂພກ, ໄດ້ມອບໃບຢັ້ງຢືນ Viet GAP ໃຫ້ກວ່າ 180 ຄອບຄົວຜະລິດພືດ, ສິນໃນນ້ຳ ແລະ ການຄ້າຜະລິດຕະພັນກະເສດຢູ່ຕາແສງ ຢີເນົ້າ ແລະ ແກງເນົ້າ, ເຮືອງຫງາຍ. 7 ແຫ່ງທີ່ມີ 60 ຜະລິດຕະພັນ (ຜັກຂອງສະຫະກອນກະສີກຳ ເຮືອງຫງາຍ; ເຂົ້າໜົມຖົ່ວຂຽວ ຂອງຕາແສງ ດ້າຍດົ່ງ; ເຂົ້າໜົມແປ້ງເຂົ້າໜຽວ ຂອງຕາແສງ ແທກສາ; ຜັກຂອງຟາມ ຮວາວຽນ; ໝາກສົ້ມໂອ ຂອງຕາແສງ ຝູ໋ກິມ...) ໄດ້ເຂົ້າຮ່ວມລະບົບຕິດຕາມກວດກາຕົ້ນກຳເນີດ ຜະລິດຕະພັນກະສິກໍາໂດຍລະຫັດ QR.
ຟາມຜັກປອດສານພິດ ຮວາວຽນ ຢູ່ໝູ່ບ້ານ ຢຸກ, ຕາແສງ ອຽນບິ່ງ, ເມືອງ ແທກເທີດ, ຮ່າໂນ້ຍ ໄດ້ເຂົ້າຮ່ວມລະບົບການຕິດຕາມຜົນກະເສດດ້ວຍ QR code. ຮູບພາບ: ເອກະສານ
ການປູກໝາກສົ້ມໂອຢູ່ ຝູ໋ກິມ, ແທກເທີດ ຕາມມາດຕະຖານ VietGAP. ຮູບພາບ: ເອກະສານ
ພາຍຫຼັງໄລຍະກວດກາຕາມມະຕິເລກທີ 1072/QD-SNN ລົງວັນທີ 8 ກໍລະກົດ 2022 ຂອງພະແນກກະສິກຳ ແລະ ພັດທະນາຊົນນະບົດຮ່າໂນ້ຍ, ໄດ້ປະຕິບັດບັນດາມາດຕະການແກ້ໄຂເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ຜູ້ບໍລິໂພກມີຄວາມຮັບຮູ້ທີ່ດີກວ່າໃນການເລືອກເຟັ້ນຜະລິດຕະພັນອາຫານທີ່ປອດໄພ. ໃນໄລຍະຈະມາເຖິງ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ຈະເພີ່ມທະວີການໜູນຊ່ວຍໃນການເກັບຕົວຢ່າງເພື່ອທົດສອບ ແລະ ວິເຄາະ ບັນດາມາດຕະຖານ ຄຸນນະພາບຂອງຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້; ການຝຶກອົບຮົມ ແລະ ສ້າງຄວາມສາມາດໃຫ້ແກ່ພະນັກງານຄຸ້ມຄອງຄຸນນະພາບວັດຖຸກະສິກຳ ແລະ ຄວາມປອດໄພສະບຽງອາຫານຂອງຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ ຈາກເມືອງເຖິງຕາແສງ.
ປະຕິບັດ: ບິກເວີນ - ແຄ໋ງລອງ/VNP