ນັບແຕ່ອັນດັບທີ 88 ໃນປີ 2015, ຮອດປີ 2020, ສະຫະປະຊາຊາດ ຈັດ ຫວຽດນາມ ຢືນຢູ່ອັນດັບ 49 ກ່ຽວກັບດັດຊະນີພັດທະນາແບບຍືນຍົງຂອງບັນດາປະເທດ, ບັນດາພື້ນຖານເສດຖະກິດ.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເປັນປະທານກອງປະຊຸມ ອັບເດດສະພາບການໃນໄລຍະ 5 ປີຜ່ານມາ (ພາບ: VGP)
ຕອນບ່າຍວັນທີ 4 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ປະທານສະພາພັດທະນາແບບຍືນຍົງ ແລະ ຍົກສູງກຳລັງແກ້ງແຍ້ງ ແຫ່ງຊາດ ໄດ້ເປັນປະທານກອງປະຊຸມ ເພື່ອແນໃສ່ອັບເດດສະພາບການໃນໄລຍະ 5 ປີຜ່ານມາ; ນຳສະເໜີມາດຕະການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃນໄລຍະຈະມາເຖິງ. ນັບແຕ່ອັນດັບທີ 88 ໃນປີ 2015, ຮອດປີ 2020, ສະຫະປະຊາຊາດ ຈັດ ຫວຽດນາມ ຢືນຢູ່ອັນດັບ 49 ກ່ຽວກັບດັດຊະນີພັດທະນາແບບຍືນຍົງຂອງບັນດາປະເທດ, ບັນດາພື້ນຖານເສດຖະກິດ. ໝາກຜົນການພັດທະນາແບບຍືນຍົງຂອງ ຫວຽດນາມ ໃນໄລຍະຜ່ານມາໄດ້ຮັບການຕີລາຄາສູງຈາກ ສປຊ ແລະ ກາຍເປັນໜຶ່ງໃນບັນດາປະເທດທີ່ໄດ້ຮັບຄວາມຫວັງຫຼາຍທີ່ສຸດກ່ຽວກັບການປະຕິບັດເປົ້າໝາຍຕ່າງໆ. ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ໄດ້ວາງອອກ, ພິເສດແມ່ນໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ຜັນແປຢ່າງສັບສົນນັ້ນ, ບັນດາສະມາຊິກໃນສະພາໄດ້ເຫັນດີເປັນເອກະພາບວ່າ ຫວຽດນາມ ບໍ່ດັດປັບເນື້ອໃນ, ຕັດສິນໃຈປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)