ຂ່າວສານ

ຍົກສູງກຳລັງຄວາມສາມາດການສື່ສານໃຫ້ແກ່ປີ APEC ຫວຽດນາມ 2027

ເລື່ອງການສື່ສານບັນລຸປະສິດທິຜົນ ຈະຊ່ວຍເລົ່າເລື່ອງໃຫ້ປະຊາຊົນຮູ້ 3 ເລື່ອງລາວທີ່ຮ່ວມສຳພັນນຳກັນ
ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າອະນຸກຳມະການໂຄສະນາເຜີຍແຜ່ ແລະ ວັດທະນະທຳ APEC (ພາບ: baoquocte.vn)

ກອງ​ປະ​ຊຸມ​ສຳ​ມະ​ນາ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ການ​ສື່​ສາ​ນ​ກະ​ກຽມ​ໃຫ້​ແກ່​ປີ APEC ຫວຽດ​ນາມ 2027 ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18 ມິ​ຖຸ​ນາ, ຢູ່ ຮ່າ​ໂນ້ຍ. ໂດຍ​ຈັດ​ຂຶ້ນ​ໃນ 2 ວັນ, ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ສຸມ​ໃສ່​ບັນ​ດາ​ບັນ​ຫາ ເພື່ອ​ຊ່ວຍ​ກໍ່​ສ້າງ ແລະ ຜັນ​ຂະ​ຫຍາ​ຍ​ຍຸດ​ທະ​ສາດ​ການ​ສື່​ສານ​ໃຫ້​ມີ​ປະ​ສິດ​ທິ​ຜົນ, ຜ່ານນັ້ນກໍ່​ສົ່ງ​ສານ​ວິ​ໄສ​ທັດ, ບຸ​ລິ​ມະ​ສິດ ແລະ ຜົນ​ງານ​ຂອງ​ປີ APEC ຫວຽດ​ນາມ 2027, ຊ່ວຍ​​ໃຫ້ມະ​ຫາ​ຊົນ​ມີ​ຄວາມ​ເຂົ້​າ​ໃຈ​ແຈ້ງກວ່າ​ກ່ຽວ​ກັບ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ໃຫ້​ການ​ເຕີບ​ໂຕ, ການ​ຟື້ນ​ຟູ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ນາງ ເລ​ທິ​ທູ​ຮັ່ງ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ຫົວ​ໜ້າ​ອະ​ນຸ​ກຳ​ມະ​ການ​ໂຄ​ສະ​ນາເຜີຍ​ແຜ່ ແລະ ວັດ​ທະ​ນະ​ທຳ APEC, ໃຫ້​ຮູ້​ວ່າ:

“ເລື່ອງ​ການສື່​ສານ​ບັນ​ລຸ​ປະ​ສິດ​ທິ​ຜົນ ຈະ​ຊ່ວຍ​ເລົ່າ​ເລື່ອງ​ໃຫ້​ປະ​ຊາ​ຊົນ​ຮູ້ 3 ເລື່ອງ​ລາວ​ທີ່​ຮ່ວມ​ສຳ​ພັນ​ນຳ​ກັນ: ເລື່ອງ​ລາວກ່ຽວ​ກັບ APEC, ເລື່ອງ​ລາວກ່ຽວ​ກັບ ຫວຽດ​ນາມ ແລະ ເລື່ອງ​ລາວ ກ່ຽວ​ກັບ​ການ​ຮ່ວມ​ມື, ຄູ່​ຮ່ວມ​ມື ແລະ ນ້ຳ​ໃຈ​ມິດ​ຕະ​ພາບ. ຜ່ານ APEC 2027, ພວກ​ເຮົາ​ຈະມີ​ໂອ​ກາດ​ແບ່ງ​ປັນ​ພາກ​ໃໝ່​ຂອງ ຫວຽດ​ນາມ, ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ຄາດ​ຫວັງ, ການ​ຫັນ​ປ່ຽນ​, ຄວາມ​ສາ​ມາດ​ຟື້ນ​ຟູ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ອະ​ນາ​ຄົ​ດ”.


top