ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ບໍ່ພຽງແຕ່ແມ່ນເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເທົ່ານັ້ນ ຫາກຍັງຍົກລະດັບການພົວພັນຄູ່ຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ສີລັງກາ ໃຫ້ຂຶ້ນສູ່ລະດັບສູງກວ່າ
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ Anura Kumara Dissanayake, ປະທານາທິບໍດີ ສີລັງກາ (ພາບປະກອບ: TTXVN)
ໂດຍໄດ້ຮັບຄຳເຊີນຂອງທ່ານ Anura Kumara Dissanayake, ປະທານາທິບໍດີສາທາລະນະລັດສັງຄົມນິຍົມປະຊາທິປະໄຕ ສີລັງກາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະປະຕິບັດການໄປຢ້ຽມຢາມທາງລັດຖະກິດປະເທດ ສີລັງກາ ແຕ່ວັນທີ 07 – 08 ພຶດສະພາ.
ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດຂອງນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ Poshitha Perera, ເອກອັກຄະລັດຖະທູດ ສີລັງກາ ປະຈຳ ຫວຽດນາມ ໄດ້ຢືນຢັນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ບໍ່ພຽງແຕ່ແມ່ນເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເທົ່ານັ້ນ ຫາກຍັງຍົກລະດັບການພົວພັນຄູ່ຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ສີລັງກາ ໃຫ້ຂຶ້ນສູ່ລະດັບສູງກວ່າ ແລະ ມີລັກສະນະຍຸດທະສາດກວ່າອີກດ້ວຍ. ພ້ອມກັນນັ້ນ, ການຢ້ຽມຢາມກໍ່ນຳມາເຊິ່ງໂອກາດໃຫ້ແກ່ການເຈລະຈາຂັ້ນສູງເພື່ອໃຫ້ 2 ຝ່າຍເປັນເອກະພາບວິໄສທັດກ່ຽວກັບບັນດາບັນຫາພາກພື້ນ ແລະ ທົ່ວໂລກ.
ທ່ານກໍ່ເນັ້ນໜັກເຖິງເລື່ອງເປີດກວ້າງການຮ່ວມມືດ້ານການທ່ອງທ່ຽວແຫ່ງຈິດວິນຍານ ແລະ ການສຶກສາ. ດ້ວຍຄວາມຫວັງເປີດບັນດາສາຍການບິນໂດຍກົງ ແລະ ບັນດາຄວາມມານະພະຍາຍາມ ເພື່ອສ້າງເງື່ອນໄຂສະດວກກ່ຽວກັບວີຊາ, ມຸ່ງໄປເຖິງການເພີ່ມທະວີການເຄື່ອນໄຫວໄປນະມັດສະການພຸດທະສາສະໜາ ແລະ ບັນດາການຢ້ຽມຢາມ, ແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ.