ສະມາຄົມນັກຂ່າວ ຫວຽດນາມ ໃຫ້ຄຳໝັ້ນໝາຍຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ຮ່ວມມືບຳລຸງສ້າງ, ແບ່ງປັນບົດຮຽນປະສົບການກັບ ສະມາຄົມນັກຂ່າວ ກູບາ.
ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ (ພາບ: Văn Điệp/TTXVN): Văn Điệp/TTXVN
ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925-21/06/2025) ແລະ ໃນຂອບເຂດປີມິດຕະພາບ ຫວຽດນາມ-ກູບາ, ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ (02/12/1960 - 02/12/2025), ຕອນເຊົ້າວັນທີ 6 ມິຖຸນາ, ຢູ່ ຮ່າໂນ້ຍ, ສະຖານທູດປະເທດ ສ.ກູບາ ປະຈຳ ຫວຽດນາມ ສົມທົບກັບສະມາຄົມນັກຂ່າວ ຫວຽດນາມ, ສະຖາບັນສື່ມວນຊົນ ແລະ ໂຄສະນາ ໄດ້ຈັດການພົບປະບັນດາພະນັກງານ, ນັກຂ່າວຂອງ ຫວຽດນາມ ເຄີຍຮ່ຳຮຽນ, ເຮັດວຽກຢູ່ ກູບາ.
ທ່ານ ເລກວັກມິນ, ປະທານ ສະມາຄົມນັກຂ່າວ ຫວຽດນາມ (ພາບ: Văn Điệp/TTXVN)
ກ່າວຄຳເຫັນນະທີ່ນີ້, ທ່ານ ເລກວັກມິນ, ປະທານ ສະມາຄົມນັກຂ່າວ ຫວຽດນາມ ແບ່ງປັນວ່າ ຫວຽດນາມ ແລະ ກູບາ ຕ້ອງເສີມຂະຫຍາຍຄວາມສາມັກຄີ, ຮັກສານ້ຳໃຈຢືດໝັ້ນ, ຕໍ່ສູ້ຕ້ານບັນດາກຳລັງປໍລະປັກໃນແນວຮົມສື່ມວນຊົນ, ຖະແຫຼງຂ່າວ, ທ່ານ ເນັ້ນໜັກວ່າ:
ສະມາຄົມນັກຂ່າວ ຫວຽດນາມ ໃຫ້ຄຳໝັ້ນໝາຍຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ຮ່ວມມືບຳລຸງສ້າງ, ແບ່ງປັນບົດຮຽນປະສົບການກັບ ສະມາຄົມນັກຂ່າວ ກູບາ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບພິເສດ ຫວຽດນາມ-ກູບາ ເລິກເຊິ່ງຂຶ້ນຕື່ມ.