ຂ່າວສານ

ຍູ້ໄວຄວາມຄືບໜ້າໂຄງການໄຟຟ້ານິວເຄຼຍ ນິງທ້ວນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກຸ່ມບໍລິສັດໄຟຟ້າ ຫວຽດນາມ ຮີບເຮັ່ງສ້າງບົດລາຍງານຄວາມເປັນໄປໃຫ້ສົມບູນແບບ.
(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ໄດ້ລົງກວດກາຕົວຈິງຢູ່ບັນດາສະຖານທີ່ວາງແຜນຜັງກໍ່ສ້າງໂຮງງານໄຟຟ້ານິວເຄຼຍ)

ຕອນບ່າຍວັນທີ  24 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ໄດ້ລົງກວດກາຕົວຈິງຢູ່ບັນດາສະຖານທີ່ວາງແຜນຜັງກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ນິງທ້ວນ 1 ແລະ 2 ຢູ່ເຂດຕາແສງ ວິງຫາຍ, ຕາແສງ ເຟືອກຢິງ, ແຂວງ ແຄງຮ່ວາ. ທີ່ບັນດາສະຖານທີ່ສຳຫຼວດກວດກາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ໄດ້ຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ປະຊາຊົນເຂດໂຄງການໂດຍກົງ ແລະ ຮັບຟັງຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ປະຊາຊົນ, ພິເສດແມ່ນບັນຫາຕັ້ງຖິ່ນຖານຄົງທີ່ຂຶ້ນໃໝ່ ແລະ ຮັບປະກັນການຫາເງິນລ້ຽງຊີບພາຍຫຼັງຍົກຍ້າຍ.

        ສຳລັບທ້ອງຖິ່ນ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກຸ່ມບໍລິສັດໄຟຟ້າ ຫວຽດນາມ ຮີບເຮັ່ງສ້າງບົດລາຍງານຄວາມເປັນໄປໃຫ້ສົມບູນແບບ; ກະຊວງອຸດສາຫະກຳການຄ້າ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຍູ້ໄວການເຈລະຈາກັບບັນດາຄູ່ຮ່ວມມືກ່ຽວກັບໂຄງການ ນິງທ້ວນ 1; ແຂວງ ແຄງຮ່ວາ ຕ້ອງສືບຕໍ່ຍູ້ໄວການບຸກເບີກໜ້າພຽງ, ເລີ່ມລົງມືກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ໂດຍໄວ. ທ່ານກໍ່ມອບໃຫ້ກະຊວງຍຸຕິທຳ ສືບຕໍ່ປະຕິບັດບັນດາກົນໄກ, ນະໂຍບາຍພິເສດສະເພາະເພື່ອໜູນຊ່ວຍແຂວງ ແຄງຮ່ວາ ໃນວິວັດການກະກຽມຜັນຂະຫຍາຍໂຄງການໂຮງງານໄຟຟ້ານິວເຄຼຍ ທີ່ຍັງມີຜົນສັກສິດພາຍຫຼັງການໂຮມແຂວງ; ທ່ານຢືນຢັນວ່າ ລັດຖະບານຈະຮ່ວມເດີນທາງ, ແກ້ໄຂຂໍ້ຕິດຄັດຢ່າງທັນການ ເພື່ອໃຫ້ບັນດາໂຄງການໄຟຟ້ານິວເຄຼຍໄດ້ຮັບການຜັນຂະຫຍາຍຖືກຕາມຄວາມຄືບໜ້າ, ປອດໄພ ແລະ ມີປະສິດທິຜົນ.


top