ຂ່າວສານ

ຍູ້ໄວຄວາມຄືບໜ້າການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສວນສາທາລະນະ ເລທິຣຽງ

ໃນວັນທີ 14 ສິງຫາ, ຢູ່ເຂດ B, ກຳລັງປະຕິບັດໜ້າທີ່ໄດ້ພົບເຫັນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 10 ອັດຖິ ແລະ ວັດຖຸພັນຕິດມາພ້ອມ 3 ອັດຖິ.
  (ພາບປະກອບ: VNA)  

ວັນ​ທີ 14 ສິງ​ຫາ, ບັນ​ດາ​ກຳ​ລັງ​ຂຶ້​ນ​ກັບ​ກອງ​ບັນ​ຊາ​ການ​ນະ​ຄອນ ໂຮ່​ຈີ​ມິນ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພືຶ່ອ​ຊາດ​ຢູ່ຈຸດ​ທີ 2 (ເຂດ B), ພ້ອມ​ກັນ​ນັ້ນ ກໍ່ເປີດກວ້າງ​ຂອບ​ເຂດການ​ຊອກ​ຫາ​ຢູ່​ເຂດ A ແລະ ເຂດ B, ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ.

ໃນ​ວັນ​ທີ 14 ສິງ​ຫ​າ, ​ຢູ່​ເຂດ B, ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ພົບ​ເຫັນ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ 10 ອັດຖິ ແລະ ວັດ​ຖຸພັນ​ຕິດມາ​ພ້ອ​ມ 3 ອັດຖິ.

ທ່ານ​ພົນ​ຈັດ​ຕະ​ວາ ຫງວຽ​ນ​ແທັ່ງ​ຈູງ, ຫົວ​ໜ້າ​ການ​ເມືອງ ກອງ​ບັນ​ຊາ​ການ​ນະ​ຄອນ ໂຮ່​ຈີ​ມິນ, ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ປະ​ຈຳ​ການ​ຄະ​ນະ​ຊີ້​ນຳ​ນະ​ຄອນ​ກ່ຽວ​ກັບ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນຊື່ແລະນາ​ມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິ​ດ​ເພື່ອ​ຊ​າດ ​ໃຫ້​ຮູ້​ວ່າ:

“ນະ​ຄອນ ໂຮ່​ຈີ​ມິນ ຍັງ​ມີ 12 ເຂດ​ທີ່​ສົງ​ໄສ​ມີ​ຂຸມ​ຝັງ​ສົບ​​ອັ​ດ​ຖິ​ນັ​ກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດລວມ. ຖ້າ​ພວກ​ເຮົາ​ບໍ່​ຮີບຮ້ອນ, ເດັດ​ດ່ຽວ, ບໍ່​ຍູ້​ໄວ​ຄວາມ​ຄືບ​ໜ້າ ກໍ່ຍາກ​ທີ່​ຈະ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່ນີ້​, ພິເສດແມ່ນໃນ​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຮອດ​ວັນ​ທີ 27 ກໍ​ລະ​ກົດ 2027”.


top