ໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງເຊັ່ນ: ຄວາມໝັ້ນຄົງດ້ານສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາ ກາດ, ຄວາມແອອັດໃນການຂົນສົ່ງທາງທະເລ ແລະ ຕ່ອງໂສ້ການສະໜອງທົ່ວໂລກ… ໃນສະພາບການດັ່ງກ່າວ, ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 54 (AEM-54) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນຢູ່ກຳປູເຈຍ ໄດ້ຜັນຂະຫຍາຍ ບັນດາມາດຕະການ ແນໃສ່ຊຸກຍູ້ການຟື້ນຕົວ ການເຕີບໂຕທາງເສດຖະກິດແບບຍືນຍົງ ແລະ ຄົບຊຸດ.
ໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງເຊັ່ນ: ຄວາມໝັ້ນຄົງດ້ານສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາ ກາດ, ຄວາມແອອັດໃນການຂົນສົ່ງທາງທະເລ ແລະ ຕ່ອງໂສ້ການສະໜອງທົ່ວໂລກ… ໃນສະພາບການດັ່ງກ່າວ, ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 54 (AEM-54) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນຢູ່ກຳປູເຈຍ ໄດ້ຜັນຂະຫຍາຍ ບັນດາມາດຕະການ ແນໃສ່ຊຸກຍູ້ການຟື້ນຕົວ ການເຕີບໂຕທາງເສດຖະກິດແບບຍືນຍົງ ແລະ ຄົບຊຸດ.

ໃນຖານະເປັນພາກພື້ນເສດຖະກິດໃຫຍ່ອັນດັບ 3 ຂອງ ອາຊີແລະ ອັນດັບ 5 ຂອງໂລກ, ບັນດາພື້ນຖານເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ພວມສະແດງໃຫ້ເຫັນເຖິງການຟື້ນຕົວ. ຕາມການຄົ້ນຄວ້າໜຶ່ງ ຂອງ ທະນາຄານພັດທະນາ ອາຊີ(ADB), ການເຕີບໂຕດ້ານເສດຖະກິດຂອງພາກພື້ນໃນປີ 2021 ໄດ້ເພີ່ມຂຶ້ນ 2,9% ແລະ ຄາດວ່າ ຈະບັນລຸ 4,9% ໃນປີ 2022.
ກ່ຽວກັບການຈະລາຈອນທາງທະເລ, ທ່ານ ຮ່ວາງຮົ່ງຢາງ, ຮອງຫົວໜ້າກົມຄຸ້ມຄອງການເດີນທະເລ ຫວຽດນາມ (ກະຊວງການຄົມມະນາຄົມ ແລະ ຂົນສົ່ງ) ໃຫ້ຮູ້ວ່າ ພວມຢູ່ໃນເສັ້ນທາງກາຍ ເປັນພື້ນຖານເສດຖະກິດໃຫຍ່ອັນດັບ 4 ໃນໂລກ, ແຕ່ໂລກລະ ບາດໄດ້ສົ່ງຜົນສະທ້ອນຢ່າງແຮງຕໍ່ການເຄື່ອນໄຫວ ທາງທະເລຂອງ ອາຊຽນ, ແຕ່ບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນໄລຍະມໍ່ໆ ມານີ້ ຍັງແມ່ນກຳລັງໜູນ ເພື່ອຊຸກຍູ້ປະຊາຄົມການເດີນທະເລ ອາຊຽນ ໃຫ້ມີການເຄື່ອນໄຫວຫຼາຍກວ່າເກົ່າ, ສະເໜີອອກບັນດາຂໍ້ລິເລີ່ມ ເພື່ອຊຸກຍູ້ການພັດທະນາທາງທະເລ.
ໃນປີ 2021, ປະລິມານສິນຄ້າ ຜ່ານທ່າກຳປັ່ນຂອງ ຫວຽດນາມ ບັນລຸ ໄດ້ 703 ລ້ານໂຕນ, ເພີ່ມຂຶ້ນ 2% ເມື່ອທຽບໃສ່ປີ 2020, ສະເພາະປະລິມານສິນຄ້າ ບັນທຸກຕູ້ຄອນເທນເນີ ບັນລຸກວ່າ 24 ລ້ານ TEUs. ເຖິງວ່າ ສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ ສິງກະໂປ ບາງຄັ້ງຕ້ອງບັງຄັບໃຊ້ກົດໝາຍ, ແຕ່ປະເທດເກາະແຫ່ງນີ້ ຍັງສືບຕໍ່ໄດ້ຮັບເລືອກເປັນທ່າກຳປັ່ນຂົນສົ່ງສິນຄ້າທີ່ມີຂະໜາດໃຫຍ່ທີ່ສຸດຂອງໂລກໃນປີ 2021, ເຊິ່ງສາມາດແກ້ໄຂສິນຄ້າໄດ້ເຖິງ 599 ລ້ານໂຕນ. ສາມາດບັນຈຸ ຕູ້ຄອນເທນເນີ ຜ່ານ ສິງກະໂປ ໄດ້ເພີ່ມຂຶ້ນເປັນສະຖິຕິ 37,5 ລ້ານ TEUs, ຄອງຕໍາແໜ່ງເປັນທ່າກໍາປັ່ນທາງທະເລຊັ້ນນໍາຂອງໂລກໃນ 5 ປີຕິດຕໍ່ກັນ.
ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນໄລຍະແຜ່ລະບາດຂອງພະຍາດກໍ່ແມ່ນກຳລັງຊຸກຍູ້ໃຫ້ ອາຊຽນ ຊຸກຍູ້ການພັດທະນາທາງທະເລ.
ໃນຂົງເຂດກະສິກຳ, ບັນດາປະເທດ ອາຊຽນ ໃຫ້ບຸລິມະສິດພັດ ທະນາກະສິກຳ ເຕັກໂນໂລຊີສູງ ທີ່ມີຄວາມສາມາດແກ່ງແຍ້ງ, ສາມາດປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເຊື່ອມໂຍງເຂົ້າກັບຕ່ອງໂສ້ການສະໜອງຂອງພາກພື້ນ ແລະ ໂລກ. ຕາມການຄາດຄະເນຫຼ້າສຸດຂອງສະຖາບັນຄົ້ນຄວ້າສະບຽງອາຫານແຫ່ງຊາດ (NFI) ທີ່ຕັ້ງຢູ່ນະຄອນຫຼວງ ບາງກອກ (ໄທ), ການສົ່ງອອກສະບຽງອາຫານຂອງ ໄທ ໃນປີນີ້ ອາດສ້າງສະຖິຕິ 1.200 ຕື້ບາດ, ເທົ່າກັບ 35 ຕື້ໂດລາສະຫະ ລັດ. ໃນນັ້ນ, ການສົ່ງອອກນ້ຳຕານ ເພີ່ມຂຶ້ນຢ່າງໜ້ອຍ 40% ໃນລະດູການ 2021-2022; ເຂົ້າສານ ເຊິ່ງເປັນຜະລິດຕະພັນກະເສດສົ່ງອອກອັນດັບໜຶ່ງຂອງ ໄທ ຈະບັນລຸຢ່າງໜ້ອຍ 5 ລ້ານໂຕນໃນປີນີ້, ເຊິ່ງເປັນລະດັບສູງສຸດໃນຮອບ 4 ປີຜ່ານມາ; ປະລິມານການສົ່ງອອກຊີ້ນໄກ່ປຸງແຕ່ງ ອາດສາມາດ ບັນລຸໄດ້ 950.000 ໂຕນໃນປີນີ້, ເພີ່ມຂຶ້ນກວ່າ 2% ເມື່ອທຽບໃສ່ປີ 2021. ຕາມກົມສະຖິຕິຂອງ ມາເລເຊຍ (DoSM), ໃນປີ 2021, ການສົ່ງອອກຜະລິດຕະພັນກະເສດຂອງ ມາເລເຊຍ ບັນລຸໄດ້ 209,5 ຕື້ ຣິງກິດ, ເພີ່ມຂຶ້ນ 38,4% ເມື່ອທຽບໃສ່ປີ 2020 ແມ່ນ 151 ຕື້ ຣິງກິດ.
ກ່ຽວກັບຂົງເຂດການທ່ອງທ່ຽວ, ແມ່ນພາກສ່ວນໜຶ່ງທີ່ສໍາຄັນຂອງເສດຖະກິດ ອາຊຽນ, ແຕ່ຄວາມສໍາຄັນຂອງຂະແໜງການ ນີ້ ໃນແຕ່ລະປະເທດມີຄວາມແຕກຕ່າງກັນ. ສອງພື້ນຖານເສດ ຖະກິດ ທີ່ພົ້ນເດັ່ນແມ່ນ ໄທ ແລະ ຫວຽດນາມ, ດ້ວຍລາຍຮັບການທ່ອງທ່ຽວ ບັນລຸເຖິງ 10% GDP ໃນປີ 2019. ແຕ່ຕົວເລກນີ້ ໄດ້ຫຼຸດລົງຢ່າງແຮງໃນປີ 2020 ແລະ 2021 ເມື່ອໂລກ ລະບາດ ໄດ້ເຮັດໃຫ້ບັນດາພື້ນຖານເສດຖະກິດຕ້ອງປິດຊາຍແດນ. ພ້ອມກັນນັ້ນ, ມາເລເຊຍ ແລະ ຟີລິບປິນ ເກືອບບໍ່ມີລາຍຮັບຈາກນັກທ່ອງທ່ຽວໃນປີ 2021.
ໃນເດືອນ ມິຖຸນາ 2022, ລັດຖະບານ ກຳປູເຈຍ ໄດ້ປະກາດແຜນການກູ້ຢືມທຶນຟື້ນຟູການທ່ອງທ່ຽວ (TRCS) ມີມູນຄ່າ 150 ລ້ານ ໂດລາສະຫະລັດ, ຄາດວ່າ ຈະດຶງດູດນັກທ່ອງທ່ຽວສາກົນ 1 ລ້ານເທື່ອຄົນໃນປີ 2022, ສູງກວ່າເມື່ອທຽບກັບ 200.000 ຄົນໃນປີ 2021. ຕາມສະມາຄົມທ່ອງທ່ຽວ ອິນໂດເນເຊຍ, ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມ ເກາະ ບາຫຼີ ຄາດວ່າຈະບັນລຸ 6 ລ້ານຄົນໃນປີ 2025. ໃນ 6 ເດືອນ ຕົ້ນປີນີ້, ອິນໂດເນເຊຍ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 743.210 ຄົນ, ເພີ່ມຂຶ້ນ 929.66% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ.
ການທ່ອງທ່ຽວຂອງປະເທດ ອາຊີຕາເວັນອອກສ່ຽງໃຕ້ ແມ່ນຄ່ອຍໆຟື້ນຕົວ.
ເຂົ້າຮ່ວມການໂອ້ລົມສົນທະນາທີ່ AEM-54, ຄະນະຜູ້ແທນ ຫວຽດນາມ ໄດ້ປະກອບສ່ວນຫຼາຍຄຳຄິດຄຳເຫັນທີ່ດີ, ໃນນັ້ນມີທິດທາງການຮ່ວມມືດ້ານເສດຖະກິດລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມືຕ່າງປະເທດໃນໄລຍະຈະມາເຖິງ ເພື່ອນຳມາຜົນປະໂຫຍດຕົວຈິງໃຫ້ບັນດາວິສາຫະກິດ ຫວຽດ ນາມ ແລະ ອາຊຽນ, ປະກອບສ່ວນເຂົ້າໃນຂະບວນການຟື້ນຟູເສດຖະກິດຫຼັງໂລກລະບາດ COVID-19.
ໃນໄລຍະຈະມາເຖິງ, ອາຊຽນ ຈະເອົາໃຈໃສ່ຫຼາຍກວ່າເຖິງລະ ບົບການຄ້າ ບົນພື້ນຖານລະບຽບກົດໝາຍ, ກົນໄກຫຼາຍຝ່າຍ, ຫັນເປັນເສລີ ການຄ້າ ແລະ ການລົງທຶນໃນພາກພື້ນ, ບັນຫາຕ້ານລັດທິປົກປ້ອງ ແລະ ປັບປຸງຄວາມຢືດຢຸ່ນຂອງຕ່ອງໂສ້ການສະໜອງຂອງພາກພື້ນ ແລະ ໂລກ, ເຊື່ອມຕໍ່ການຂົນສົ່ງ, ກໍ່ສ້າງພື້ນຖານເສດຖະກິດ ດີຈີຕອນ, ປົກປັກຮັກສາສິ່ງແວດລ້ອມ, ນຳໃຊ້ພະລັງງານສະອາດ, ການພັດທະນາແບບຍືນຍົງ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ... ແນໃສ່ຍູ້ແຮງການຟື້ນຟູເສດຖະກິດຢ່າງມີປະສິດທິຜົນ.
ບົດ: VNP ສັງລວມ - ພາບ: VNA-ແປໂດຍ: ຢືຟຽນ