ຂ່າວສານ

ຍື່ນສະເໜີຕໍ່ສະພາແຫ່ງຊາດພົ້ນຕຳແໜ່ງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

      ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຄະນະກ່ຽວກັບເລື່ອງພົ້ນຕຳແໜ່ງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ.
(ທ່ານນາງ ຫວຽນທິກິມເງິນ)
      ຕອນເຊົ້າວັນທີ 30 ມີນາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຍື່ນສະເໜີຕໍ່ສະພາແຫ່ງຊາດພົ້ນຕຳແໜ່ງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ສຳລັບທ່ານນາງ ຫວຽນທິກິມເງິນ. ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຄະນະກ່ຽວກັບເລື່ອງພົ້ນຕຳແໜ່ງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ.
        ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບໝາກຜົນການປຶກສາຫາລືຢູ່ຄະນະ ແລະ ອະພິປາຍ, ຮັບເອົາຄຳເຫັນຂອງສະມາຊິກສະພາແຫ່ງຊາດກ່ຽວກັບເລື່ອງພົ້ນຕຳແໜ່ງປະທານສະພາແຫ່ງຊາດ, ປະທານເລືອກຕັ້ງແຫ່ງຊາດ. ສະພາແຫ່ງຊາດສ້າງຕັ້ງຄະນະນັບບັດຄະແນນສຽງ, ດຳເນີນການພົ້ນຕຳແໜ່ງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດດ້ວຍການປ່ອນບັດລົງປະຊາມະຕິ.
        ໝາກຜົນການນັບບັດໄດ້ປະກາດພາຍຫຼັງ.
        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແມ່ນໜຶ່ງໃນຈຳນວນສະມາຊິກຄະນະປະຈຳສະພາແຫ່ງຊາດ 12 ທ່ານ ທີ່ບໍ່ເຂົ້າເປັນສະມາຊິກຄະນະບໍລິຫານງານສູນກາງພັກຊຸດທີ 13.
 (ແຫຼ່ງຄັດຈາກ VOV)


top