ຂ່າວສານ

ຍີ່​ປຸ່ນ ຍິງ​ລູກ​ສອນ​ໄຟ Tomahawk ຈາກກຳ​ປັ່ນ​ຂັບ​ໄລ່ເປັນ​ຄັ້ງ​ທຳ​ອິດ

ການ​ເຄື່ອນ​ໄຫວນີ້ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ຍີ່​ປຸ່ນ ເພື່ອ​ແນ​ໃສ່​ປັບ​ປຸງ​ຄວາມ​ສາ​ມາດ​ປ້ອງ​ກັນ​ຊາດ.
(ພາບປະກອບ: Kyodo/VNA)

ເປັນ​ຄັ້ງ​ທຳ​ອິດທີ່ອົງ​ການ​ປ້ອງ​ກັນ ຍີ່​ປຸ່ນ ​ໄດ້​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ Tomahawk ຈ​າກ​ກຳ​ປັ່ນ​ຂັບ​ໄລ່​ໄດ້​ປະ​ກອບ​ລະ​ບົບ Aegis. ລູກ​ສອນ​ໄຟ​ໂດຍ ອາ​ເມ​ລິ​ກາ ຜະ​ລິດ ໄດ້​ຍິງ​ຈາກ​ກຳ​ປັ່ນ​ຂັບ​ໄລ່ Chokai ໃນ​ເຫດ​ການ​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 28 ກໍ​ລະ​ກົດ​ຢູ່​ເຂດ​ທະ​ເລ ປາ​ຊີ​ຟິກ.

ຕາມ​ແຈ້ງ​ການ​ຈາກ​ກະ​ຊວງ​ປ​ອ້ງ​ກັນ​ປະ​ເທດ ຍີ່​ປຸ່ນ, ວັນ​ທີ 30 ກໍ​ລະ​ກົດ, ຄາດ​ວ່າ ກຳ​ປັ່ນ​ຂັບ​ໄລ່ Chokai ຈະກັບ​ເມືອ​ຖານ​ທີ່​ໝັ້ນ​ຢູ່​ນະ​ຄອນ Sasebo ຂຶ້ນ​ກັບ​ແຂວງ Nagasaki ໃນ​ເດືອນ​ກັນ​ຍາ​ທີ່​ຈະ​ມາ​ເຖິງ. ກະ​ຊວງນີ້​ຍັງ​ໃຫ້​ຮູ້​ວ່າ ກຳ​ປັ່ນ​ຂັບ​ໄລ່​ Aegis ທັງ​ໝົດ 8 ລຳຂອງ​ປະ​ເທດນີ້ ​ຈະ​ໄດ້​ປະ​ກອບ​ລູກ​ສອນ​ໄຟ Tomahawk.

ການ​ເຄື່ອນ​ໄຫວນີ້ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ຍີ່​ປຸ່ນ ເພື່ອ​ແນ​ໃສ່​ປັບ​ປຸງ​ຄວາມ​ສາ​ມາດ​ປ້ອງ​ກັນ​ຊາດ. ​ຍີ່​ປຸ່ນ​ ໄດ້​ຮັບ​ຮອງ​ເອົາຍຸດ​ທະ​ສາດ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໃນ​ປີ 2022 ຊື່ງໄດ້​ເປີດ​ທາງ​ໃຫ້​ເລື່ອງ​ປະ​ເທດນີ້ ​ມີ​ຄວາມ​ສາ​ມາດ​ບຸກ​ໂຈມ​ຕີ ​ບັນ​ດາ​ຖານ​ທີ່​ໝັ້ນ​ລູກ​ສອນ​ໄຟ​ຂອງ​ຄູ່​ແຂ່ງ ຄື​ດັ່ງ​ມາດ​ຕະ​ການ​ປ້ອງ​ກັນ​ຕົວ, ສອດ​ຄ່ອງກ​ັບ​ເຂດ​ເຂດ​ລັດ​ຖະ​ທຳ​ມະ​ນູນ​ສັນ​ຕິ​ພາບ.


top