ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ
ທ່ານ ເລຮວ່າຍຈຸງ, ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ການຕ້ອນຮັບທ່ານ Marc Knapper, ເອກອັກຄະລັດຖະທູດ ອາເມລິກາ (ພາບ: baoquocte.vn)
ທ່ານ ເລຮວ່າຍຈຸງ, ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ ທີ່ການຕ້ອນຮັບທ່ານ Marc Knapper, ເອກອັກຄະລັດຖະທູດ ອາເມລິກາ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ, ໃນຕອນບ່າຍວັນທີ 12 ກັນຍາ, ຢູ່ ຮ່າໂນ້ຍ.
ທີ່ການຕ້ອນຮັບ, ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ, ນັບແຕ່ເມື່ອ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023. 2 ຝ່າຍເພີ່ມທະວີການພົບປະ, ແລກປ່ຽນຄະນະຂັ້ນສູງບັນດາຂັ້ນ. ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ສືບຕໍ່ພັດທະນາຢ່າງສະຖຽນລະພາບ. ການພົວພັນດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການແກ້ໄຂຜົນຮ້າຍຈາກສົງຄາມກໍ່ບັນລຸຄວາມຄືບໜ້າຫຼາຍຢ່າງ.
ສ່ວນທ່ານເອກອັກຄະລັດຖະທູດ Marc Knapper ຢືນຢັນວ່າ ອາເມລິກາ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ເພື່ອມຸ່ງໄປເຖິງການປະຕິບັດສຳເລັດບັນດາເປົ້າໝາຍຍຸດທະສາດການເຕີບໂຕ, ພ້ອມກັນນັ້ນ, ກໍ່ສືບຕໍ່ຍູ້ແຮງການຮ່ວມມືໃນບັນດາເສົາຄ້ຳຮ່ວມມືອື່ນ, ຄື: ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການສຶກສາ, ສາທາລະນະສຸກ, ການປ້ອງກັນ ຕ້ານອາດຊະຍາກຳຂ້າມຊາດ.