ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມື 2 ຝ່າຍໃນທຸກຂົງເຂດເຊິ່ງ ເບລາຣຸດ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.
(ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຕ້ອນຮັບທ່ານປະທານສະພາຕ່ຳ ເບລາຣຸດ Igor Sergeyenko)
ຕອນເຊົ້າວັນທີ 01 ກັນຍາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານປະທານສະພາຕ່ຳ ເບລາຣຸດ Igor Sergeyenko ແລະ ຄະນະຜູ້ແທນ ເບລາຣຸດ ມາ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ (1945 – 2025), ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອອັນສະໜິດແໜ້ນລະຫວ່າງ ຫວຽດນາມ - ເບລາຣຸດ ເປັນສຳຄັນ. ທ່ານປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມື 2 ຝ່າຍໃນທຸກຂົງເຂດເຊິ່ງ ເບລາຣຸດ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ, ຄື: ວິທະຍາສາດ - ເຕັກໂນໂລຊີ, ອຸດສາຫະກຳ, ກະສິກຳ; ຊຸກຍູ້ເພີ່ມທະວີການພົວພັນ, ແລກປ່ຽນ, ຮ່ວມມືຢູ່ຂັ້ນສູນກາງ ແລະ ທຸກຂັ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ປະເທດໃຫ້ມີປະສິດທິຜົນ, ແທດຈິງ.
ສ່ວນທ່ານປະທານສະພາຕ່ຳ Igor Sergeyenko ຢືນຢັນວ່າ, ດ້ວຍປະຫວັດສາດການພົວພັນທີ່ຍາວນານ, ຜ່ານຜ່າສິ່ງທົດສອບນາໆປະການນັ້ນ, ເບລາຣຸດ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຍູ້ແຮງການພົວພັນກັບ ຫວຽດນາມ.