
ທ່ານ ເລອານຫາຍ, ຮອງຫົວໜ້າພະແນກການຕະຫຼາດອາຊີ- ອາຟຣິກາ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: TTXVN)
ສັນຍາການຄ້າເສລີລະຫວ່າງຫວຽດນາມ - ສ.ເກົາຫຼີມີຜົນສັກສິດແຕ່ທ້າຍປີ 2015 ເປັນຕົ້ນມາ, ມາຮອດປັດຈຸບັນໄດ້ນຳມາເຊິ່ງກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ປະຊາຄົມວິສາຫະກິດສອງປະເທດໃນການຂຸດຄົ້ນເປີດກວ້າງຕະຫຼາດຈຳໜ່າຍຜະລິດຕະພັນ. ທ່ານ ເລອານຫາຍ, ພະແນກການຕະຫຼາດອາຊີ- ອາຟຣິກາ, ສັງກັດກະຊວງອຸດສາຫະກຳ-ການຄ້າຫວຽດນາມ ໃຫ້ຮູ້ວ່າ:
“ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ພ້ອມກັບ ກະຊວງອຸດສາຫະກຳ ແລະ ການຄ້າ ສ.ເກົາຫຼີ ແລະ ອົງການສົ່ງເສີມການຄ້າ-ການລົງທຶນ ສ.ເກົາຫຼີ ໄດ້ຄົ້ນຄວ້າຮ່ວມກັນ ເພື່ອຕີລາຄາກ່ຽວກັບການຊົມໃຊ້ສັນຍາການຄ້າເສລີຢ່າງສຸດຂີດ. ພ້ອມທັງວາງອອກ ກົນໄກ, ຂອບເຂດການຮ່ວມມືທີ່ນຳມາເຊິ່ງຂໍ້ມູນຂ່າວສານຫຼາຍກວ່າ ກໍຄືສ້າງກາລະໂອກາດໃນຂົງເຂດການຄ້າການລົງທຶນໃຫ້ແກ່ວິສາຫະກິດສອງປະເທດກວ່າອີກ ແລະ ກາລະໂອກາດດ້ານການຕະຫຼາດກໍຄືການສຳຜັດກັບຂໍ້ມູນຂ່າວສານ”.
ສ.ເກົາຫຼີແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 03 ຢູ່ຫວຽດນາມ, ໃນໄລຍະ 10 ປີຜ່ານມາ ສ.ເກົາຫຼີແມ່ນຄູ່ຮ່ວມມືສຳຄັນໃນຂົງເຂດການລົງທຶນຢູ່ຫວຽດນາມ. ປີ 2017, ວົງເງິນການຄ້າສອງສົ້ນບັນລຸໄດ້ 62 ຕື້ USD. ສອງປະເທດວາງຄາດໝາຍບັນລຸວົງເງິນການຄ້າໃຫ້ໄດ້ 100 ຕື້ USD ໃນປີ 2020.
(ແຫຼ່ງຄັດຈາກ VOV)