ໃນຕົ້ນເດືອນ ສິງຫາ 2026, ຢູ່ ສຸສານ ມາຍຢິກ, ນະຄອນ ຮ່າໂນ້ຍ, ພະນັກງານ, ນັກຮົບ ກອງບັນຊາການທະຫານ ນະຄອນຫຼວງ ຮ່າໂນ້ຍ ເລັ່ງລັດ ຜັນຂະຫຍາຍ ວຽກງານ ການເກັບຕົວຢ່າງ ອັດຖິ ຂອງນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ເພື່ອຮັບໃຊ້ ວຽກງານ ການສັນລະສູດ ADN. ນີ້ແມ່ນ ສ່ວນໜຶ່ງ ໃນຄວາມພະຍາຍາມ ຂອງ ຮ່າໂນ້ຍ ຈັດຕັ້ງປະຕິບັດ ບັ້ນຮົບ 500 ວັນ/ຄືນ ເພີ່ມທະວີການຄົ້ນຫາ, ຂຸດຄົ້ນເຕົ້າໂຮມ ແລະ ກຳນົດຕົວຕົນ ອັດຖິ ຂອງ ບັນດານັກຮົບທີ່ເສຍສະຫຼະຊີ ວິດ ເພື່ອຊາດ, ດ້ວຍເປົ້າໝາຍ ກຳນົດຂໍ້ມູນ ຂອງ ບັນດາຜູ້ທີ່ໄດ້ເສຍ ສະຫຼະຊີວິດ ແຕ່ຍັງບໍ່ທັນໄດ້ຮັບການລະບຸຕົວຕົນ.
ໃນຕົ້ນເດືອນ ສິງຫາ 2026, ຢູ່ ສຸສານ ມາຍຢິກ, ນະຄອນ ຮ່າໂນ້ຍ, ພະນັກງານ, ນັກຮົບ ກອງບັນຊາການທະຫານ ນະຄອນຫຼວງ ຮ່າໂນ້ຍ ເລັ່ງລັດ ຜັນຂະຫຍາຍ ວຽກງານ ການເກັບຕົວຢ່າງ ອັດຖິ ຂອງນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ເພື່ອຮັບໃຊ້ ວຽກງານ ການສັນລະສູດ ADN. ນີ້ແມ່ນ ສ່ວນໜຶ່ງ ໃນຄວາມພະຍາຍາມ ຂອງ ຮ່າໂນ້ຍ ຈັດຕັ້ງປະຕິບັດ ບັ້ນຮົບ 500 ວັນ/ຄືນ ເພີ່ມທະວີການຄົ້ນຫາ, ຂຸດຄົ້ນເຕົ້າໂຮມ ແລະ ກຳນົດຕົວຕົນ ອັດຖິ ຂອງ ບັນດານັກຮົບທີ່ເສຍສະຫຼະຊີ ວິດ ເພື່ອຊາດ, ດ້ວຍເປົ້າໝາຍ ກຳນົດຂໍ້ມູນ ຂອງ ບັນດາຜູ້ທີ່ໄດ້ເສຍ ສະຫຼະຊີວິດ ແຕ່ຍັງບໍ່ທັນໄດ້ຮັບການລະບຸຕົວຕົນ.
ພາບມູມກວ້າງ ພື້ນທີ່ຫຼຸມສົບ ຢູ່ ສຸສານ ມາຍຢິກ, ບັນດານັກຮົບ ຍົກຍ້າຍໄຫດິນເຜົາ ບັນຈຸອັດຖິ ຂອງນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ມາຍັງເຂດ ຮັບໃຊ້ວຽກງານ
ການເກັບຕົວຢ່າງ. ພາບ: ກົງດາດ/VNP
ຢູ່ພື້ນທ່ີຫຼຸມຝັງສົບ, ວຽກງານ ໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍຄວາມລະມັດລະວັງ ແລະ ຈິງຈັງ. ຕຳແໜ່ງແຕ່ລະບ່ອນ ໄດ້ຖືກກຳນົດ, ຊັ້ນດິນແຕ່ລະຊັ້ນ ໄດ້ຮັບການຂຸດຄົ້ນ, ບັນດາຮ່ອງຮອຍ ທີ່ຍັງເຫຼືອຢູ່ ໄດ້ຮັບການກວດກາ, ເກັບໂຮມ ແລະ ບັນທຶກ. ວຽກງານທີ່ເບິ່ງຄືວ່າ ໃຊ້ເຕັກນິກພຽງຢ່າງດຽວນັ້ນ,
ແຕ່ຍັງມີຄວາມໝາຍພິເສດ, ເພາະວ່າ ຢູ່ເບື້ອງຫຼັງ ຂອງແຕ່ລະ ຫຼຸມສົບ ແມ່ນຄົນໜຶ່ງ, ຊີວິດໜຶ່ງ ແລະ ອາດຈະແມ່ນ ຄອບຄົວໜຶ່ງ ທີ່ຍັງຄອງຄອຍ
ຂໍ້ມູນ ຫຼັງຈາກຜ່ານໄປຫຼາຍປີ.
ຕາມຂໍ້ມູນ ຈາກອົງການທີ່ກ່ຽວຂ້ອງ ຮ່າໂນ້ຍ, ວຽກງານ ການເກັບຕົວຢ່າງ ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດ
ເພື່ອຊາດ ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ ບັນດາສຸສານ ນັກຮົບ
ທີ່ເສຍສະຫຼະຊີວິດເພື່ອຊາດ ໂດຍນະຄອນ ຄຸ້ມຄອງ,
ໃນນັ້ນມີ ສຸສານ ມາຍຢິກ. ຕໍ່ກັບ ບັນດາຫຼຸມສົບ ທີ່ມີເວລາຝັງສົບ ເປັນເວລາ ດົນນານ, ວຽກງານການເກັບໂຮມຕົວຢ່າງ ຮັບໃຊ້ວຽກງານ ການສັນລະສູດ
ADN ໄດ້ພົບຄວາມຫຍຸ້ງຍາກບໍ່ໜ້ອຍ ຍ້ອນ ຂະບວນການ
ຍ່ອຍສະຫຼາຍ ຕາມທຳມະຊາດ. ຍ້ອນແນວນັ້ນ,
ຂະບວນການ ຂຸດຄົ້ນ ແລະ
ເກັບຕົວຢ່າງ ຮຽກຮ້ອງ ຕ້ອງມີຄວາມລະມັດລະວັງ,
ຊັດເຈນ ໃນທຸກຂັ້ນຕອນ.
ທຸງຊາດ ໄດ້ຮັບການປົກໃສ່ ໄຫດິນເຜົາຢ່າງສົມກຽດ ກ່ອນຈະຍ້າຍ ມາຍັງພື້ນທີ່ຮັບໃຊ້ວຽກງານ ການເກັບຕົວຢ່າງ. ພາບ: ກົງດາດ/VNP
ບັນດານັກຮົບ ຍ້າຍໄຫດິນເຜົາ ຕາມພື້ນທີ່ ບັນດາຫຼຸມສົບ ນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ສຸສານ ມາຍຢິກ. ພາບ: ກົງດາດ/VNP
ຢູ່ ສຸສານ ມາຍຢິກ, ຜູ້ປະຕິບັດງານ ຕ່າງປະຕິບັດໜ້າທີ່ ດ້ວຍ ບັນຍາກາດທີ່ເຄັ່ງຂຶມ. ແຕ່ລະຕົວຢ່າງ ທີ່ໄດ້ຮັບການເກັບໂຮມ,
ຂໍ້ມູນແຕ່ລະຢ່າງ ທີ່ໄດ້ຮັບການບັນທຶກ
ລ້ວນແຕ່ ຕ້ອງຕິດພັນກັບ ສຳເນົາເອກະສານຂອງຫຼຸມສົບ, ຮັບປະກັນ ຮັບໃຊ້ຂະບວນການ
ການສັນລະສູດ ແລະ ປຽບທຽບ ໃນພາຍຫຼັງ. ນີ້ແມ່ນວຽກງານ ທີ່ຕ້ອງມີການປະສານສົມທົບ ຂອງ ຫຼາຍກຳລັງ, ນັບແຕ່ ຜູ້ຂຸດຄົ້ນໂດຍກົງ, ພະນັກງານ ຮັບຜິດຊອບເອກະສານ, ເກັບຕົວຢ່າງ ແລະ ບັນດາຂັ້ນຕອນວິຊາສະເພາະທີ່ກ່ຽວຂ້ອງ.
ເບື້ອງຫຼັງ ຂະບວນການ ຊອກຫານັ້ນ ແມ່ນເສັ້ນທາງ ທີ່ຍາວນານກວ່າ: ແຕ່ຫຼຸມສົບ ທີ່ຍັງບໍ່ທັນໄດ້ຮັບການລະບຸຂໍ້ມູນ
ຢ່າງຄົບຖ້ວນ ຈົນເຖິງວຽກງານ ການປຽບທຽບຂໍ້ມູນ,
ສັນລະສູດ ADN ແລະ ຊອກຫາ
ຄວາມຄ້າຍຄືກັນ ກັບຕົວຢ່າງ ພັນທຸກຳ ຂອງ ຍາດພີ່ນ້ອງ. ເຕັກໂນໂລຊີ ແລະ ບັນດາວິທີການ ທາງວິທະຍາສາດ
ພວມກາຍເປັນ ເຄື່ອງສໍາຄັນ ເພື່ອຊ່ວຍຫຼຸດ ໄລຍະຫ່າງ ລະຫວ່າງ ບັນດາຂໍ້ມູນທີ່ຍັງຂາດ
ແລະ ໂອກາດ ກຳນົດຕົວຕົນ ຂອງນັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດ. ກະຊວງ ປ້ອງກັນປະເທດ
ກຳນົດວຽກງານ ການໝູນໃຊ້ວິທະຍາສາດ,
ເຕັກໂນໂລຊີ, ເຊື່ອມໂຍງ ແລະ ຂຸດຄົ້ນບັນດາແຫຼ່ງຂໍ້ມູນ ແມ່ນໜຶ່ງ ໃນບັນດາປັດໄຈ
ທີ່ສໍາຄັນ ໃນບັ້ນຮົບ 500 ວັນ/ຄືນ.
ບັນດານັກຮົບ ຍ້າຍໄຫດິນເຜົາ ຕາມພື້ນທີ່ ບັນດາຫຼຸມສົບ ນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ສຸສານ ມາຍຢິກ. ພາບ: ກົງດາດ/VNP
ພະນັກງານ ສູນນິຕິເວດສາດ ຮ່າໂນ້ຍ ຈັບມືກັນເຄົາລົບ ກ່ອນປະຕິ ບັດ ວຽກງານ ການເກັບຕົວຢ່າງ ຮັບໃຊ້ວຽກງານ ການສັນລະສູດ ADN ອັດຖິ ຂອງ
ບັນດານັກຮົບ ທີ່ເສຍສະຫຼະ ຊີວິດເພື່ອຊາດ. ພາບ: ກົງດາດ/VNP
ເບື້ອງຫຼັງ ຂອງ ຕົວຢ່າງ ADN
ແຕ່ລະຕົວຢ່າງ
ບໍ່ພຽງແຕ່ ແມ່ນຂະ ບວນການ ວິໄຈ ເທົ່ານັ້ນ. ນັ້ນຍັງແມ່ນຄວາມຫວັງ ຂອງ ບັນດາຄອບຄົວ
ທີ່ຍັງຄອງຄອຍ ເປັນເວລາຫຼາຍສິບປີ ເພື່ອ ໃຫ້ຮູ້ວ່າ ຍາດພີ່ນ້ອງ ຂອງຕົນພວມຢູ່ໃສ, ຖືກຝັງຢູ່ໃສ ແລະ ຈະສາມາດກຳນົດຕົວຕົນ ຢ່າງຊັດເຈນ
ໄດ້ ຫຼື ບໍ່.
ສຳລັບບັນດາຄອບຄົວ ນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ,
ວຽກງານການຊອກໄດ້
ຂໍ້ມູນ ກ່ຽວກັບ ຍາດພີ່ນ້ອງ ບໍ່ພຽງແຕ່ແມ່ນ ການເຮັດໃຫ້ ສຳເນົາເອກະສານຊຸດໜຶ່ງ
ໃຫ້ສົມບູນແບບເທົ່ານັ້ນ. ນັ້ນແມ່ນ ການກັບຄືນມາ ຂອງ ຊື່ໜຶ່ງ, ທີ່ຢູ່ໜຶ່ງ,
ຄວາມຊົງຈຳໜຶ່ງ ທີ່ຖືກສົງຄາມ
ແລະ ເວລາ ປົກຄຸມ. ຍ້ອນແນວນັ້ນ, ແຕ່ລະ ບາດກ້າວຂະຫຍາຍໂຕ
ໃນວຽກງານ ການຊອກຫາ, ຂຸດຄົ້ນເຕົ້າໂຮມ ແລະ ກຳນົດຕົວຕົນ ອັດຖິ ຂອງ ບັນດາ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ
ລ້ວນແຕ່ມີ ຄວາມໝາຍ ມະນຸດສະທຳ ທ່ີເລິກເຊິ່ງ.
ຕົວຢ່າງ ຮັບໃຊ້ ວຽກງານ ການສັນລະສູດ ADN ໄດ້ຮັບການເກັບ ໂຮມ ໃນຂະບວນການ ຈັດການ ອັດຖິ ຂອງນັກຮົບ ທີ່ເສຍສະຫຼະ ຊີວິດເພື່ອຊາດ. ພາບ: ກົງດາດ/VNP
ພະນັກງານ ວິຊາສະເພາະປະຕິບັດ ວຽກງານ ການເກັບກຳ ຕົວຢ່າງ ຮັບໃຊ້ ວຽກງານ ການສັນລະສູດ ADN. ພາບ: ກົງດາດ/VNP
ບັ້ນຮົບ 500 ວັນ/ຄືນ ພວມໄດ້ຮັບການຜັນຂະຫຍາຍໃນຂອບເຂດ ທົ່ວປະເທດ ດ້ວຍການເຂົ້າຮ່ວມ ຂອງ ຫຼາຍກຳລັງ. ຕາມຂໍ້ມູນ ຂອງ ຫໍພິພິທະພັນ ປະຫວັດສາດ ກອງທັບ
ຫວຽດນາມ, ພາຍຫຼັງ ດຳເນີນການຈັດຕັ້ງປະຕິບັດ ເປັນເວລາກວ່າ 4 ເດືອນ,
ບັ້ນຮົບ ໄດ້ຂຸດຄົ້ນເຕົ້າໂຮມ
ອັດຖິ ຂອງ ບັນດານັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດ ໄດ້ ເກືອບ 1.400 ອັດຖິ ແລະ ເກັບໂຮມ
ຕົວຢ່າງອັດຖິ, ຕົວຢ່າງ ພັນທຸກຳ ຂອງ ຍາດພີ່ນ້ອງ ໄດ້ຫຼາຍສິບພັນ ຕົວຢ່າງ
ເພື່ອຮັບໃຊ້ວຽກງານ ການສັນລະສູດ ADN.
ຢູ່ ຮ່າໂນ້ຍ, ບັນດາວຽກງານ ທີ່ພວມດຳເນີນຢູ່ ສຸສານ ມາຍຢິກ ແມ່ນພາກສ່ວນໜຶ່ງ ທີ່ລະອຽດ ຂອງເສັ້ນທາງນັ້ນ. ບໍ່ມີສຽງດັງ ລົບກວນ, ມີພຽງແຕ່ ຄວາມງຽບສະຫງົບ
ຂອງ ບັນດາຜູ້ ທີ່ພວມຊອກຫາຮ່ອງຮອຍ ທີ່ຍັງເຫຼືອຢູ່ ເທື່ອລະກ້າວ. ຈາກພື້ນດິນ, ບັນດາຂໍ້ມູນ ທີ່ຄິດວ່າ ຖືກຝັງໄປຕາມການເວລາ
ພວມໄດ້ຮັບການ ຊອກຫາຄືນມາ ດ້ວຍການປະສານສົມທົບ ລະຫວ່າງ ຄວາມຮັບຜິດຊອບ, ຄວາມຮູ້ບຸນຄຸນ ແລະ ວິທະຍາສາດ.
ບັນດານັກຮົບ ກະກຽມ ໄຫດິນເຜົາໃໝ່ ເພື່ອບັນຈຸອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ຄືນໃໝ່ ພາຍຫຼັງ ສຳເລັດວຽກງານການເກັບກຳຕົວຢ່າງ.
ພາບ: ກົງດາດ/VNP
ຫຼຸມສົບ ແຕ່ລະຫຼຸມ ທີ່ເປີດອອກມາ ແມ່ນເພີ່ມໂອກາດ ຊອກຫາອີກ. ແຕ່ລະຕົວຢ່າງ ທີ່ໄດ້ຮັບການເກັບໂຮມ ແມ່ນ ເພີ່ມຄວາມຫວັງ ແລະ
ຢູ່ເບື້ອງຫຼັງເສັ້ນທາງນັ້ນ ແມ່ນ ຄວາມມຸ່ງຫວັງ ທີ່ງ່າຍດາຍ ແຕ່ສັກສິດ: ບັນດາຜູ້ທີ່ໄດ້
ເສຍສະຫຼະຊີວິດເພື່ອປະເທດຊາດ ໄດ້ຮັບການຄືນຊື່, ຄືນບ້ານເກີດເມືອງນອນ ແລະ ໄດ້ກັບຄືນມາ ໃນຄວາມຊົງຈຳ
ຂອງ ຄອບຄົວ, ຂອງເພື່ອນມິດສະຫາຍ.
ບົດ ແລະ ພາບ: ກົງດາດ/VNP