ຂ່າວສານ

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຂອງ ​ທ່ານ ເຈິ່ນ​ເກີມ​ຕູ ຜູ້​ປ​ະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຈະ​ດຳ​ເນີນໃນ​ວັນ​ທີ 09 ເມ​ສາ 2026, ນັກ​ຂ່າ​ວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ໄດ້​ສຳ​ພາດ ​ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ ກ່​ຽວ​ກັບ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຢ້ຽມ​ຢາມ.
  ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ (ພາບ: TTXVN)  

ທ່ານນາງ ຄຳ​ເພົາ ເອີນ​ທະ​ວັນ ຢັ້ງ​ຢືນ​ວ່າ ການ​ຢ້ຽມ​ຢາມ ຈະສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຢູ່​ໃນ​ລະ​ດັບ​ສູງ​ສຸດ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ໂດຍຜ່ານ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຍຸດ​ທ​ະ​ສາດ, ເປັນເອ​ກະ​ພາບ​ສະ​ຕິ​ຄວາມ​ຮັບ​ຮູ້ ແລະ ການ​ກະ​ທຳໃນ​ການ​ຜັນ​ຂະ​ຫຍ​າຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ຂອງ​ແຕ່​ລະ​ຝ່າຍ. ພ້ອມ​ດຽວ​ກັນ​ນັ້ນ, ການ​ຢ້ຽມ​ຢາມ​ກໍ່ໄດ້​ສ້າງ​ກຳ​ລັງ​ໜູນ​ໃໝ່​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຫຼັກແຫຼ່ງເຊັ່ນ: ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ສຶກ​ສາ - ບຳ​ລຸງ​ສ້າງ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ສົມ​ທົບ​ກັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ.

ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ກໍ​​ຫວັງ​ວ່າ ສອງ​ຝ່າຍ​ຈະ​ບັນ​ລຸ​ໄດ້​ຄວາມ​ເປັນ​ເອ​ກະ​ພາບ​ສູງ​ກ່ຽວ​ກັບ​ບັນ​ດາການ​ກຳ​ນົດ​ທິດ​ໃຫຍ່ ເພື່ອ​ແນ​ໃສ່ຫັນ​ເນື້ອ​ໃນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ເປັນ​ລະ​ອຽດ, ໃນ​ນັ້ນ ສຸ​ມ​ໃສ່​ການ​ຍູ້​ແຮງ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ​ຕາມ​ທິດ​ຊ່ວຍ​ຊູ​ກັນ, ພ້ອມ​ກັນ​ພັດ​ທະ​ນາ, ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຈຸດ​ສຸມ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ, ການ​ຄ້າ - ກາ​ນ​ລົງ​ທຶນ,… ໄປ​ຄຽງ​ຄູ່​ກັນ​ນັ້ນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ສູງ, ພ້ອມ​ກັບ​ມູນ​ເຊື້ອ​ຜູກ​ກັນອັນ​ໜຽວ​ແໜ້ນ, ບໍ​ລິ​ສຸດ​ຜຸດ​ຜ່ອງ, ສາຍ​ພົວ​ພັນ​ມິດ​ຕະ​ພັນ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ​ລາວ - ຫວຽດ​ນາມ ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ.


top