ຂ່າວສານ

ຊຸກ​ຍູ້​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ຂະ​ແໜງ​ເກມ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ

ຕອນ​ເຊົ້າ​ວັນ​ທີ 08 ພຶດ​ສະ​ພາ, ວັນ​ບຸນ​ເກມ ຫວຽດ​ນາມ - Vietnam GameVerse 2026 ດ້ວຍ​ຫົວ​ຂໍ້ “ພ້ອມ​ກັນ​ບືນ​ຕົວ​ອອກ​ສູ່​ທະ​ເລ​ທີ່​ກວ້າງ​ໃຫຍ່​ - Do local, go global" ໄດ້ໄຂ​ຂຶ້ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ເຫ​ດ​ການ​ດັ່ງ​ກ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງບ​ັນ​ດາ​ຄູ່​ຮ່ວມ​ມື​ມາ​ຈາກ ສ.ເກົ​າຫຼີ, ຈີນ, ອາ​ເມ​ລິ​ກາ, ຍີ່​ປຸ່ນ… ພ້ອມ​ດ້ວຍ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ, ຄື: Google, Meta, Bytedance, Roblox, Riot… ແລະ ບັນ​ດາ​ທິມ​ງານ Esports ທີ່​ມາ​ຈາກ 11 ປະ​ເທດ ອາ​ຊຽນ.
  ທ່ານ ເລກວາງ​ຕື້​ຢໍ, ຫົວ​ໜ້າ​ກົມ​ວິ​ທະ​ຍຸ, ໂທ​ລະ​ພາບ ແລະ ສື່​ເອ​ເລັກ​ໂຕ​ນິກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ວັນ​ບຸນ​ເກມ ຫວຽດ​ນາມ ປີ 2026 (ພາບ: ຄະ​ນະ​ຈັດ​ຕັ້ງ)  

ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ ເລກວາງ​ຕື້​ຢໍ, ຫົວ​ໜ້າ​ກົມ​ວິ​ທະ​ຍຸ, ໂທ​ລະ​ພາບ ແລະ ສື່​ເອ​ເລັກ​ໂຕ​ນິກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ວັນ​ບຸນ​ເກມ ຫວຽດ​ນາມ ປີ 2026, ເນັ້ນ​ໜັກ​ວ່າ:

“ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ບັນ​ດາ​ພາກ​ສ່ວນ​ຂອງ​ລະ​ບົບ​ນິ​ເວດ​ຂະ​ແໜງ​ເກມ ຫວຽດ​ນາມ ໄດ້​ເຊື່ອມ​ຕໍ່​ຢ່າງ​ສົມ​ບູນ ລວມ​ມີ 5 ສ່ວນ​ປະ​ກອບ: ລັດ, ບໍ​ລິ​ສັດ​ຜະ​ລິດ​ເກມ, ບໍ​ລິ​ສັດ​ຈຳ​ໜ່າຍ​ເກມ, ໂຮງ​ຮຽນ ແລະ ນັກ​ກິ​ລາ Esports. ສິ່ງ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ຂະ​ແໜງ​ເກມ ຫວຽດ​ນາມ ພວມ​ມີ​ບັນ​ດາ​ສິ່ງ​ສະ​ດວກ, ກາ​ລະ​ໂອ​ກາດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ເພື່ອ​ບຸກ​ທະ​ລຸ​ບືນ​ຕົວ​ຂຶ້ນ. ໃນ​ວັນ​ບຸນ​ເກມ ຫວຽດ​ນາມ 2026, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ບັນ​ດາ​ຄູ່​ຮ່ວມ​ມື, ເພື່ອນ​ມິດ​ສາ​ກົນ ຈົ່ງ​ມາ ຫວຽດ​ນາມ, ມາ​ຫາ​ຂະ​ແໜງ​ເກມ ຫວຽດ​ນາມ ບໍ່​ພຽງ​ແຕ່​ເພື່ອ​ຊອກ​ຮູ້​ເຂົ້າ​ໃຈ, ຄົ້ນ​ຄວ້​າ, ສຳຫຼວດ​ເທົ່າ​ນັ້ນ ຫາກ​ຍັງ​ເພື່ອ​ຮ່ວມ​ມື, ລົງ​ທຶນ, ພັດ​ທະ​ນາ​ພ້ອມ​ກັບ​ພວກ​ຂ້າ​ພະ​ເຈົ້າ. ສຳ​ລັບ​ບັນ​ດາ​ບໍ​ລິ​ສັດ​ເກມ ຫວຽດ​ນາມ, ຈົ່ງ​ຖື​ນີ້​ແມ່ນ​ໂອ​ກາດ​ທີ່​ຍິ່ງ​ໃຫຍ່ ແລະ ຍາດ​ແຍ່ງ​ເອົາໂອ​ກາດ​ນີ້.”


top