ທ່ານ ຫງວຽນນາມເຢືອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເອຢິບ ຫາກໍ່ມີບັນດາການເຄື່ອນໄຫວດ້ານການທູດເສດຖະກິດຢູ່ແຂວງ ທະເລແດງຂອງ ເອຢິບ ເພື່ອແນໃສ່ຜັນຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ເອຢິບ.
ທ່ານ Walid Al Barqi ຜູ້ວ່າການແຂວງ ທະເລແດງ ໄດ້ໃຫ້ການຕ້ອນຮັບ ທ່ານ ຫງວຽນນາມເຢືອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເອຢິບ (ພາບ: VNA)
ວັນທີ 11 ກໍລະກົດ, ທ່ານ Walid Al Barqi ຜູ້ວ່າການແຂວງ ທະເລແດງ ໄດ້ໃຫ້ການຕ້ອນຮັບ ທ່ານ ຫງວຽນນາມເຢືອງ ແລະ ຄະນະປະຕິບັດງານຂອງສະຖານທູດຢູ່ສຳນັກງານຂອງອົງການບໍລິຫານແຂວງ. ທ່ານ Walid Al Barqi ຢັ້ງຢືນ, ແຂວງ ທະເລແດງຍາມໃດກໍ່ຖືເປັນສຳຄັນການເປີດກວ້າງການຮ່ວມມືສາກົນ ແລະ ກຽມພ້ອມການສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ຫວຽດນາມ ຊອກຮູ້ໂອກາດລົງທຶນ, ດຳເນີນທຸລະກິດຢູ່ທ້ອງຖິ່ນ; ພິເສດໃນບັນດາຂົງເຂດການທ່ອງທ່ຽວ, ຂຸດຄົ້ນແຮ່ທາດ ແລະ ພັດທະນາເສດຖະກິດທະເລຂຽວ.
ສ່ວນເອກອັກຄະລັດຖະທູດ ຫງວຽນນາມເຟືອງ ປາດຖະໜາຢາກເພີ່ມທະວີການເຊື່ອມຕໍ່ລະຫວ່າງແຂວງ ທະເລແດງ ກັບບັນດາທ້ອງຖິ່ນແຄມທະເລຂອງ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດຄື: ການຂົນສົ່ງທາງທະເລ, ການທ່ອງທ່ຽວ, logistics, ການສົ່ງອອກນຳເຂົ້າ ແລະ ການຂຸດຄົ້ນບໍແຮ່.