ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື ຫວຽດ​ນາມ ກົດ​ດີ​ວົວ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ການ​ຢ້ຽມ​ຢາມ​ໄດ້​ດຳ​ເນີນ​ພາຍຫຼັງ​ຂີດ​ໝາຍ​ປະ​ຫວັດ​ສາດ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ(6/10/1975 - 6/10/2025)
  ທ່ານ Patrick Achi ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກົດ​ດີ​ວົວ (ພາບ: VNA)  
ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ທ່ານ Patrick Achi ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກົດ​ດີ​ວົວ ຈະ​ມາ​ຢ້ຽມ​ຢາມ​ຫວຽດ​ນາມຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 23 – 26 ສິງ​ຫາ. ການ​ຢ້ຽມ​ຢາມ​ໄດ້​ດຳ​ເນີນ​ພາຍຫຼັງ​ຂີດ​ໝາຍ​ປະ​ຫວັດ​ສາດ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ(6/10/1975 - 6/10/2025); ໂດຍ​ແມ່ນ​ພະ​ຍານຫຼັກ​ຖານ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ໃຫ້​ແກ່​ນ້ຳ​ໃຈ​ມິດ​ຕະ​ພາບ​ແບບ​ຍືນ​ຍົງ​ທີ່​ໄດ້​ເພີ່ມ​ພູນ​ຄູນ​ສ້າງ​ໃນ​ໄລ​ຍະ 50 ປີ​ຜ່ານ​ມາ, ພ້ອມ​ທັງ​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ແຮງ​ຂອງ​ການ​ນຳ​ສອງ​ປະ​ເທດ​ໃນ​ການ​ນຳ​ການ​ພົວ​ພັນ​ສອງ​ຝ່າຍ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ ແລະ ເສດ​ຖະ​ກິດ ການ​ຄ້າ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ມີ​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ.

top