ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ ເປີດກວ້າງ​ໃນ​ການ​ສະ​ກັດ​ກັ້ນ, ຍູ້​ ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດໃຫ້​ຖອຍໄປ

ທ່ານ ບຸຍແທັງເຊິນ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ແລະ ບັນດາປະເທດໃນເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ພວມປະເຊີນໜ້າກັບສິ່ງທ້າທາຍແບບໃໝ່ທີ່ນັບມື້ນັບສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໃນນັ້ນມີອາດຊະຍາກຳການຄ້າມະນຸດ.
ກອງປະຊຸມລັດຖະມົນຕີບັນດາປະເທດເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ຄັ້ງທີ 6 (IMM6) (ພາບ:VGP)
ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳການຄ້າມະນຸດໃນສັງກາດດີຈີຕອນ”, ຕອນເຊົ້າວັນທີ 19 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະມົນຕີບັນດາປະເທດເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ຄັ້ງທີ 6 (IMM6), ຂໍ້ລິເລີ່ມສົມທົບຂັ້ນລັດຖະມົນຕີກ່ຽວກັບການປ້ອງກັນຕ້ານການຄ້າມະນຸດຢູ່ບັນດາປະເທດ ເຂດອະນຸພາກພື້ນແມ່ນ້ຳຂອງ (ວິວັດການ COMMIT). ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸຍແທັງເຊິນ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ແລະ ບັນດາປະເທດໃນເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ພວມປະເຊີນໜ້າກັບສິ່ງທ້າທາຍແບບໃໝ່ທີ່ນັບມື້ນັບສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໃນນັ້ນມີອາດຊະຍາກຳການຄ້າມະນຸດ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກເຖິງເລື່ອງ ຫວຽດນາມ ຮັບດຳລົງບົດບາດເປັນປະທານກອງປະຊຸມ IMM 6 ບໍ່ພຽງແຕ່ແມ່ນສິ່ງພິສູດໃຫ້ແກ່ຈິດໃຈເພີ່ມທະວີການຮ່ວມມື, ຄວາມເຂົ້າໃຈເຊິ່ງກັນແລະກັນເທົ່ານັ້ນ ຫາກຍັງແມ່ນບາດກ້າວເດີນສຳຄັນເພື່ອປັບປຸງ ແລະ ເຮັດໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບເລິກເຊິ່ງກວ່າອີກ, ພ້ອມກັນພັດທະນາແບບຍືນຍົງລະຫວ່າງບັນດາປະເທດຢູ່ເຂດອະນຸພາກພື້ນ ແມ່ນ້ຳຂອງເປີດກວ້າງ.

top