ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຕອນບ່າຍວັນທີ 13 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Nicola Beer, ຮອງປະທານທະນາຄານລົງທຶນເອີລົບ (EIB).
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໃຫ້ການຕ້ອນຮັບທ່ານນາງ Nicola Beer, ຮອງປະທານທະນາຄານລົງທຶນເອີລົບ (EIB) (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EU) ແມ່ນຮູບແບບໃຫ້ແກ່ການຮ່ວມມືສັນຕິພາບ, ພ້ອມທັງປາດຖະໜາຢາກນຳການພົວພັນສອງຝ່າຍໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກ້ວາງຂວາງ. ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີແຜນນະໂຍບາຍຊຸກຍູ້, ເຮັດໃຫ້ການພົວພັນກັບ EU ແລະ ການຮ່ວມມື ລະຫວ່າງ ຫວຽດນາມ - EIB ເລິກເຊິ່ງກ່ວາອີກ. ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ແຈ້ງໃຫ້ການນຳ EIB ຮັບຊາບກ່ຽວກັບບັນດາໂຄງການສີຂຽວເຊິ່ງໂຄງການອາດຈະພິຈາລະນາໜູນຊ່ວຍສິນເຊື່ອໃຫ້ຫວຽດນາມ.

ສ່ວນທ່ານນາງ Nicola Beer ໄດ້ຕີລາຄາວ່າບັນດາການກະທຳຂອງ ຫວຽດນາມ ເພື່ອແນໃສ່ປະຕິບັດຂໍ້ຕົກລົງຫັນປ່ຽນພະລັງງານຢ່າງມີຄວາມສະເໝີພາບ (JETP). ທ່ານນາງ Nicola Beer ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, EIB ຈະສຸມໃສ່ຊຸກຍູ້ບັນດາບ້ວງສິນເຊື່ອ ບຸລິມະສິດຕໍ່ບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມສີຂຽວ, ພະລັງງານສີຂຽວ… EIB ຢັ້ງຢືນຈະສືບຕໍ່ແບ່ງປັນບົດຮຽນປະສົບການ ກັບບັນດາຄູ່ຮ່ວມມືຂອງ ຫວຽດນາມ ໃນການລະດົມແຫຼ່ງການເງິນສີຂຽວ, ສ້າງບັນດາກົນໄກບຸລິມະສິດ ແລະ ມາດຕະການການເງິນທີ່ມີຫົວຄິດປະດິດສ້າງ ເພື່ອໜູນຊ່ວຍບັນດາໂຄງການພະລັງງານທົດແທນ, ຫຼຸດຜ່ອນການປ່ອຍອາຍພິດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.


top