ໃນລະຫວ່າງວັນທີ 8 – 12 ພຶດສະພາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ ສະຫະພັນ ລັດເຊຍ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດ ທີ່ຍິ່ງໃຫຍ່ (9/5/1945-9/5/2025) ແລະ ຢ້ຽມຢາມທາງລັດຖະກິດ ຢູ່ສ.ເບລາຣຸດ. ການຢ້ຽມຢາມຢັ້ງຢືນລັກສະນະສືບທອດປະຫວັດສາດຂອງການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ມຸ່ງໄປເຖິງ 4 ກ່ວາ ໃນການພົວພັນສອງຝ່າຍຄື ຍືນຍົງກ່ວາ, ມີປະສິດທິຜົນກ່ວາ, ແທ້ຈິງກ່ວາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດກ່ວາ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ (ພາບ: TTXVN)
ບົນພື້ນຖານການພົວພັນມິດຕະພາບທີ່ໄດ້ຮັບການທົດສອບຜ່ານການເວລາ, ການຢ້ຽມຢາມ ສະຫະພັນລັດເຊຍ ແລະ ສ.ເບລາຣຸດຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນສານ ແລະ ຄວາມຕັດສິນໃຈຂອງ ຫວຽດນາມ ໃນການປັບປຸງການພົວພັນມິດຕະພາບ ແລະ ທີ່ມີແຕ່ດົນນານກັບບັນດາປະເທດຂຶ້ນກັບ ໂຊວຽດເກົ່າ ຢ່າງບໍ່ຢຸດຢັ້ງ. ພ້ອມທັງ, ສ້າງພື້ນຖານຊຸກຍູ້ການຮ່ວມມືຍາວນານ, ມີປະສິດທິຜົນ, ແທ້ຈິງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດກັບສອງປະເທດນີ້.
ຫວຽດນາມ - ສະຫະພັນ ລັດເຊຍ ພ້ອມກັນມຸ່ງໄປເຖິງອະນາຄົດ
ນີ້ແມ່ນການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນຖານະເປັນການນຳສູງສຸດຂອງພັກ, ເຊິ່ງໄດ້ດຳເນີນໃນຈຸດເວລາສອງປະເທດ ຫາກໍ່ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (30/1/1950-30/1/2025). ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ດັ້ງມິງຄອຍ ເນັ້ນໜັກວ່າ:
ການຢ້ຽມຢາມໄດ້ດຳເນີນກົງກັບເວລາປະຫວັດສາດ, ມີລັກສະນະສັນຍາລັກ ແລະ ມີຄວາມໝາຍສຳຄັນຫຼາຍຢ່າງ. ຄວາມໝາຍສຳຄັນທີ່ສຸດແມ່ນການຢ້ຽມຢາມຄັ້ງນີ້ ພວກເຮົາສືບທອດປະຫວັດສາດ, ຢັ້ງຢືນການພົວພັນໃນປັດຈຸບັນລະຫວ່າງສອງປະເທດ, ມຸ່ງໄປເຖິງອະນາຄົດໃໝ່. ແນ່ນອນວ່າໃນການຢ້ຽມຢາມຄັ້ງນີ້ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ, ການນຳສອງປະເທດຈະແລກປ່ຽນບັນດາການກຳນົດທິດໃນການພົວພັນສອງປະເທດ, ບໍ່ພຽງແຕ່ໃນໄລຍະ 5 ປີ, 10 ປີເທົ່ານັ້ນຫາກຍັງມີໄລຍະຍາວກ່ວາອີກ.
ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັ້ນແມ່ນ ພື້ນຖານອັນໝັ້ນແກ່ນເພື່ອໃຫ້ ຫວຽດນາມ ແລະ ສະຫະພັນ ລັດເຊຍ ມຸ່ງໄປເຖິງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ໃນສະພາບການໃໝ່. ທ່ານເອກອັກຄະລັດຖະທູດ ສະຫະພັນ ລັດເຊຍ ປະຈຳ ຫວຽດນາມ Gennady Stepanovich Bezdetko ຢັ້ງຢືນວ່າ:
ພວກເຮົາພວມເຫັນປະຈັກຕາ ບັນດາການປ່ຽນແປງດ້ານພູມີສາດການເມືອງໃນຂອບເຂດທົ່ວໂລກ. ໃນສະພາບກການນັ້ນ, ສິ່ງສຳຄັນທີ່ສຸດນັ້ນແມ່ນການຮັກສາ ແລະ ປັບປຸງການພົວພັນກັບບັນດາເພື່ອນມິດທີ່ມີແຕ່ດົນນານ. ແນ່ນອນວ່າ ໃນຈຳນວນນັ້ນມີ ສະຫະພັນ ລັດເຊຍ ແລະ ຫວຽດນາມ. ລັດເຊຍພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ຍິ່ງໃຫຍ່ ແຕ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຄວາມພ້ອມ ແລະ ຄວາມຕັດສິນໃຈຂອງສອງຝ່າຍແມ່ນກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນ, ກ່ອນອື່ນໝົດແມ່ນໃນຂົງເຂດການຮ່ວມມືວິທະຍາສາດ - ເຕັກໂນໂລຢີ, ໄປຄຽງຄູ່ກັບບັນດາຂົງເຂດຮ່ວມມືໃໝ່ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ນ້ຳມັນອາຍແກັດ ແມ່ນບັນດາເສົາຄ້ຳຫຼັກໃນການຮ່ວມມືສອງຝ່າຍ. ສະຫະພັນລັດເຊຍ ແມ່ນປະເທດນຳໜ້າໃນຂົງເຂດນິວເຄຼຍ, Quantum, ປັນຍາປະດິດ, ວິທະຍາສາດເຕັກໂນໂລຢີໃໝ່, ພະລັງງານສີຂຽວ… ສິ່ງນີ້ມີຄວາມຈຳເປັນທີ່ສຸດສຳລັບ ຫວຽດນາມ ໃນໄລຍະພັດທະນາໃໝ່ຂອງປະເທດໃນປັດຈຸບັນ:
ຫວຽດນາມ ພວມເລີ່ມຕົ້ນໂຄງການໂຮງງານ ນິວເຄຼຍຄືນໃໝ່. ການຮ່ວມມືໃນຂົງເຂດນິວເຄຼຍ ກໍ່ແມ່ນບຸລິມະສິດໃນການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ຂ້າພະເຈົ້າເຊື່ອໝັ້ນວ່າ ສອງປະເທດ ບໍ່ພຽງແຕ່ຮ່ວມມືກັນ ໃນການກໍ່ສ້າງ ໂຮງງານໄຟຟ້ານິວເຄຼຍເທົ່ານັ້ນ, ສະຫະພັນ ລັດເຊຍ ຍັງຈະຊ່ວຍຫວຽດນາມ ພັດທະນາຂົງເຂດອຸດສາຫະກຳ ນິວເຄຼຍອີກດ້ວຍ. ນີ້ແມ່ນຂົງເຂດອຸດສາຫະກຳຫຼັກແຫຼ່ງຊ່ວຍ ຫວຽດນາມ ກ້າວເຂົ້າສູ່ຍຸກພັດທະນາໃໝ່ຂອງປະເທດຊາດຢ່າງໝັ້ນແກ່ນ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ (ພາບ: TTXVN) ການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ພິທີສວນສະໜາມ ສະເຫຼີມສະຫຼອງ 80 ປີແຫ່ງວັນຍາດໄດ້ໄຊຊະນະສົງຄາມປ້ອງກັນຊາດ ຢູ່ຈັດຕຸລັດແດງ, ມີການເຂົ້າຮ່ວມຂອງກອງທັບ ຫວຽດນາມ, ກໍ່ນຳມາເຊິ່ງສານທີ່ວ່າ: ຫວຽດນາມ ບໍ່ພຽງແຕ່ຈົດຈຳ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກວິລະຊົນຂອງ ປະຊາຊົນ ໂຊວຽດທີ່ໄດ້ເສຍສະຫຼະຊີວິດໃນສົງຄາມໂລກຄັ້ງທີສອງ, ຫາກຍັງຢັ້ງຢືນການພົວພັນທີ່ສະໜິດແໜ້ນລະຫວ່າງ ຫວຽດນາມ ແລະ ໂຊວຽດ ໃນເມື່ອກ່ອນ, ສະຫະພັນ ລັດເຊຍໃນປັດຈຸຍັນ ເທົ່ານັ້ນ ຫາກຍັງນຳມາເຊິ່ງພາບພົດຂອງປະເທດຫວຽດນາມ ທີ່ຮັກຫອມສັນຕິພາບ, ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວຽກງານລວມຂອງໂລກ.
ສ້າງວິໄສທັດໃໝ່ໃຫ້ແກ່ການພົວພັນ ຫວຽດນາມ ເບລາຣຸດ
ສຳລັບເບລາຣຸດ, ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ປະເທດນີ້ ຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ໂຕເລິມ. ນີ້ກໍ່ແມ່ນການຢ້ຽມຢາມ ເບລາຣຸດ ຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ພາຍຫຼັງ 11 ປີ. ການນຳຂັ້ນສູງ ເບລາຣຸດ ມີຫຼາຍຄັ້ງຢັ້ງຢືນຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ປາດຖະໜາຢາກຊຸກຍູ້ການຮ່ວມມືບົນບັນດາຂົງເຂດທີ່ເປັນມູນເຊື້ອ, ພ້ອມທັງເປີດກວ້າງໄປຍັງບັນດາຂົງເຂດໃໝ່ທີ່ມີຄວາມສາມາດບົ່ມຊ້ອນ. ສອງປະເທດປັດຈຸບັນພວມຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດດ້ານວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ - ກິລາ - ການທ່ອງທ່ຽວ, ຄົມມະນາຄົມ - ການຂົນສົ່ງ ແລະ ການຮ່ວມມືຂັ້ນທ້ອງຖິ່ນ, ດ້ວຍຫຼາຍໝາກຜົນທີ່ຕັ້ງໜ້າ ແລະ ມີຄວາມສາມາດບົ່ມຊ້ອນພັດທະນາເປີດກວ້າງ.
ໃນສະພາບການນັ້ນ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ປະກອບສ່ວນສ້າງວິໄສທັດ ແລະ ຊຸກຍູ້ການຮ່ວມມືຢ່າງຮອບດ້ານ ບົນທຸກຂົງເຂດໃນສະພາບການໃໝ່.
ດ້ວຍພື້ນຖານການພົວພັນມິດຕະພາບເຊິ່ງປະຫວັດສາດໄດ້ພິສຸດ ແລະ ການນຳພ້ອມກັບ, ປະຊາຊົນ ຫວຽດນາມ, ສະຫະພັນ ລັດເຊຍ ແລະ ເບລາຣຸດທຸກລຸ້ນຄົນເພີ່ມພູນຄູນສ້າງ, ການຢ້ຽມຢາມສະຫະພັນ ລັດເຊຍຢ່າງເປັນທາງການ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ (9/5/1945-9/5/2025) ແລະ ການຢ້ຽມຢາມທາງລັດຖະກິດຢູ່ ສ.ເບລາຣຸດ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນຄວາມຕັດສິນໃຈຂອງ ຫວຽດນາມ ໃນການປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ກັບບັນດາປະເທດຂຶ້ນກັບ ໂຊວຽດເກົ່າຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ການຢ້ຽມຢາມກໍ່ປະກອບສ່ວນສ້າງບັນດາກຳລັງໜູນໃໝ່ເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ປະຕິບັດຫັນບັນດາເປົ້າໝາຍພັດທະນາທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງ.