ຂ່າວສານ

ຊຸກ​ຍູ້​ການ​ພົວ​ພັນ​​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ອິນໂດເນເຊຍ, ຕອນເຊົ້າວັນທີ 11 ມີນາ, ໃນສຳນັກງານສະພາແຫ່ງຊາດ ອິນໂດເນເຊຍ, ທ່ານເລຂາທິການໃຫຍ່ ໂຕເລິມ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ພົບປະກັບ ທ່ານ Sultan Bachtiar Najamudin ປະທານສະພາຜູ້ແທນທ້ອງຖິ່ນ ອິນໂດເນເຊຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານນາງປະທານສະພາປຶກສາການເມືອງປະຊາຊົນ ອິນໂດເນເຊຍ Ahmad Muzani (ພາບ: TTXVN)

ນະທີ່ນີ້, ທ່ານປະທານ Sultan Bachtiar Najamudin ຢັ້ງຢືນວ່າ ໃນຖານະຂອງຕົນ, ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ, ໃນນັ້ນ ມີການແບ່ງປັນບົດຮຽນປະສົບການຕິດຕາມການເຄື່ອນໄຫວຂອງລັດຖະບານ ແລະ ຍູ້ແຮງການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ.

ການນຳສອງທ່ານເຫັນດີຖືວ່າ ການຍູ້ແຮງການພົວພັນຮ່ວມມືລະຫວ່າງບັນດາອົງການສິດອຳນາດລັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ລະຫວ່າງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບສອງປະເທດ, ຈະປະກອບສ່ວນຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ ຫວຽດນາມ ແລະ ບັນດາອົງການສ້າງກົດໝາຍຂອງ ອິນໂດເນເຊຍ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືອັນແທດຈິງ, ສ້າງບາດກ້າວພັດທະນາໃໝ່ໃນການພົວພັນ ຫວຽດນາມ - ອິນໂດເນເຊຍ.

ກໍໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍໄດ້ໃຫ້ການຕ້ອນຮັບທ່ານປະທານສະພາປຶກສາການເມືອງປະຊາຊົນ ອິນໂດເນເຊຍ Ahmad Muzani.

ນີ້ແມ່ນການເຄື່ອນໄຫວສຸດທ້າຍໃນການຢ້ຽມຢາມທາງລັດຖະກິດ ຢູ່ ອິນໂດເນເຊຍ, ຢ້ຽມຢາມ ຄະນະເລຂາ ອາຊຽນ (ແຕ່ວັນທີ 9 – 11 ມີນາ) ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການ.


top