ຂ່າວສານ

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ມົງ​ໂກນ​ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ

ຕອນຄ່ຳວັນທີ 5 ກຸມພາ, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ມົງໂກນເລຍ ປະຈຳ ຫວຽດນາມ ໄດ້ຈັດພິທີຕ້ອນຮັບບຸນເຕັດປະເພນີ “Tsagaan Sar” ຂອງປະຊາຊົນ ມົງໂກນເລຍ.
ພາບປະກອບ: TTXVN
ເຂົ້າຮ່ວມເຫດການ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນມິງຫວູໄດ້ສົ່ງຄຳອວຍພອນໄປຍັງລັດຖະບານ ແລະ ປະຊາຊົນມົງໂກນເລຍ ເນື່ອງໃນໂອກາດບຸນເຕັດປະເພນີ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການພົວພັນ ກັບບັນດາຄູ່ຮ່ວມມືທີ່ມີແຕ່ດົນນານຢ່າງສະເໝີຕົ້ນສະເໝີປາຍ, ໃນນັ້ນມີ ມົງໂກນ, ປາດຖະໜາຢາກສືບຕໍ່ພ້ອມກັບລັດຖະບານ ແລະ ປະຊາຊົນ ມົງໂກນເລຍ ຊຸກຍູ້ການພົວພັນ ຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມົງໂກນ ໃຫ້ນັບມືນັບພັດທະນາ.
ສ່ວນທ່ານເອກອັກຄະລັດຖະທູດ ມົງໂກນປະຈຳ ຫວຽດນາມ Jigiee sereẹav ຢັ້ງຢືນວ່າ ມົງໂກນເລຍ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກ ພັດທະນາການພົວພັນ, ການຮ່ວມມືຢ່າງມີປະສິດທິຜົນ, ເລິກເຊິ່ງກວ້າງຂວາງ ແລະ ຍາວນານກັບ ຫວຽດນາມ - ຄູ່ຮ່ວມມືແຖວໜ້າຂອງ ມົງໂກນເລຍ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

top