ຂ່າວສານ

ຊຸກ​ຍູ້ກ​ານ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ ຍີປຸ່ນ

ຍີ່​ປຸ່ນ​ເຊື່ອ​ມັ້ນ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານພົນ​ເອກ ຟານ​ວັນ​ຢາງ ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈະ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ສອງ​ຝ່າຍ​ເລິກ​ເຊິ່ງກວ່າ​ອີກ.
  ທ່ານ​ພົນ​ເອກ ຟານ​ວັນ​ຢາງ ແລະ ທີ່​ການ​ພົບ​ປະ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ ແລະ ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ ຊາ​ວ​ຫ​ວຽດ​ນາມ ອາ​ໄສ​ຢູ່​ຍີ່​ປຸ່ນ (ພາບ: VNA)  

ວັນ​ທີ 12 ກໍ​ລະ​ກົດ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ໄປ​ຮອດ​ນະ​ຄອນຫຼວງ​ໂຕ​ກຽວ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ​ທີ່​ແກ່​ຍາວ​ຮອດ​ວັນ​ທີ 15 ກໍ​ລະ​ກົດ. ການ​ເຄືອນ​ໄຫວ​ທາງ​ການ​ທູດ​ສຳ​ຄັນ​ນີ້​ໂດຍ​ຝ່າຍ​ຍີ່​ປຸ່ນ​ຕີ​ລາ​ຄາ​ວ່າ​ຈະ​ປະ​ກອບ​ສ່ວນ​ຮັດ​ແໜ້ນ​ການ​ພົວ​ພັນ​ສອງ​ຝ່າຍ.

ຢູ່​ນະ​ຄອນຫຼວງ ໂຕ​ກຽວ, ທ່ານພົນ​ເອກ ຟານ​ວັນ​ຢາງ ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ, ໄດ້​ຈຸດ​ທູບ​​ທຽນອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ​ຢູ່​ຫ້ອງ​ລະ​ນຶກ​ປະ​ທານ​ໂຮ່​ຈີ​ມິນ ແລະ ພົບ​ປະ​ກັບ​ບັນ​ດາ​ພະ​ນັກ​ງານ, ​ພາ​ລະກອນ​ສະ​ຖານ​ທູດ, ພ້ອ​ມ​ກັບ​ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຍີ່​ປຸ່ນ.

ຖະ​ແຫຼງ​ຂ່າວ​ກັບ​ສື່ມວນ​ຊົນ​ປະ​ເທດ​ປະ​ຈຳ​ຖິ່ນ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຂອງ​ທ່ານ​ພົນ​ເອກ ຟານ​ວັນ​ຢາງຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ; ທ່ານ Koizumi Shinjiro ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ພົນ​ເອກ ຟານ​ວັນ​ຢາງ ສ້າງ​ຂີດ​ໝາຍ​ການ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຄັ້ງ​ທຳ​ອິດ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ພາຍຫຼັງ 5 ປີ ແລະ ທ່ານ Koizumi Shinjiro ໄດ້​ອອກ​ໄປ​ສະ​ໜາມ​ບິນ​ຕ້ອນ​ຮັບ​ທ່ານ​ພົນ​ເອກ​ຟານ​ວັນ​ຢາງ. ຍີ່​ປຸ່ນ​ເຊື່ອ​ມັ້ນ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານພົນ​ເອກ ຟານ​ວັນ​ຢາງ ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈະ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ສອງ​ຝ່າຍ​ເລິກ​ເຊິ່ງກວ່າ​ອີກ.


top