2 ຝ່າຍຕ້ອງສືບຕໍ່ເພີ່ມທະວີການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ນັບມື້ນັບແທດຈິງ, ເຂົ້າສູ່ລວງເລິກ
(ທ່ານພົນໂທ ຫງວຽນຢວ້ານແອັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບທ່ານ Michael Baumgartner, ສະມາຊິກລັດຖະສະພາຕ່ຳ ອາເມລິກາ)
ວັນທີ 26 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ທ່ານພົນໂທ ຫງວຽນຢວ້ານແອັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບຄະນະສະມາຊິກລັດຖະສະພາ ອາເມລິກາ ໂດຍທ່ານ Michael Baumgartner, ສະມາຊິກລັດຖະສະພາຕ່ຳ, ສະມາຊິກຄະນະກຳມາທິການການຕ່າງປະເທດສະພາຕ່ຳ, ເປັນຫົວໜ້າຄະນະ.
ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຢວ້ານແອັງ ເນັ້ນໜັກວ່າ 2 ຝ່າຍຕ້ອງສືບຕໍ່ເພີ່ມທະວີການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ນັບມື້ນັບແທດຈິງ, ເຂົ້າສູ່ລວງເລິກ; ສະເໜີໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າໃຫ້ມີສະຖຽນລະພາບ, ດຸ່ນດ່ຽງ, ຍຸດຕິທຳ, ຍືນຍົງ; ຍອມຮັບຂໍ້ກຳນົດກົດລະບຽບການຕະຫຼາດຂອງ ຫວຽດນາມ ໃນໄວໆນີ້; ເປີດກວ້າງການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ…
ສ່ວນບັນດາສະມາຊິກລັດຖະສະພາ ອາເມລິກາ ໄດ້ຕີລາຄາວ່າ ເສດຖະກິດ - ການຄ້າ ສືບຕໍ່ແມ່ນກຳລັງໜູນສຳຄັນຂອງການພົວພັນ 2 ຝ່າຍ; ຮັບຮູ້ບັນດາຄວາມມານະພະຍາຍາມຂອງ 2 ຝ່າຍໃນການຊຸກຍູ້ການແລກປ່ຽນ, ເຈລະຈາເພື່ອແກ້ໄຂບັນດາບັນຫາດ້ານການຄ້າ, ໃນນັ້ນມີບັນຫາພາສີອາກອນ.